ກອງປະຊຸມສຳມະ ນາ: ວ່າດ້ວຍ ຊັບສິນທາງປັນຍາໃນສະພາບແວດລ້ອມການຄ້າທົ່ວໂລກ

ກອງປະຊຸມສຳມະ ນາ: ວ່າດ້ວຍ ຊັບສິນທາງປັນຍາໃນສະພາບແວດລ້ອມການຄ້າທົ່ວໂລກ - ảnh 1
(ພາບປະກອບ)
(vovworld) - ຕອນ​ເຊົ້າວັນ​ທີ 28/05, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົມຊັບ​ສິນ​ທາງປັນຍາກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ພ້ອມ​ກັບສະມາຄົມ​ວິ​ສາ​ຫະກິດສິນຄ້າ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ ​ໄດ້​ຈັດກອງປະຊຸ​ມສຳ​ມະ​ນາ: “ຊັບ​ສິນ​ທາງປັນຍາ​ໃນ​ສະພາບ​ແວດ​ລ້ອມ​ການ​ຄ້າ​ທົ່ວ​ໂລກ; ມາດ​ຕະການ​ແກ້​ໄຂ​ຈຸດ​ອ່ອນ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ​”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື 2 ບັນຫາ ​ເຊິ່ງພວມໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຈາກ​ບັນດາ​ວິ​ສາ​ຫະກິດ​ໃນ​ປະຈຸ​ບັນ​ນັ້ນ​ແມ່ນ: ​ເລື່ອງ​ປົກ​ປ້ອງ​ສິດຊັບ​ສິນ​ທາງປັນຍາ ແລະ ​ປະດິດ​ສ້າງ; ວິ​ສາ​ຫະກິດ​ຫວຽດນາມ ກັບ​ບັນຫາຊັບ​ສິນ​ທາງປັນຍາ​ໃນ​ສະພາບ​ແວດ​ລ້ອມ​ການ​ຄ້າ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ກວນ, ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ ​ເນັ້ນ​ໜັກ​ບົດບາດ​ສຳຄັນ​ຂອງ​ເລື່ອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຈົດ​ທະບຽນຊັບ​ສິນ​ທາງປັນຍາ. ທ່ານ​ກ່າວ​ວ່າ.

        “​ໃນ​ສະພາບ​ທີ່​ຫວຽດນາມ ພວມເຊື່ອມໂຍງ​ເຂົ້າ​ກັບ​​ເສດຖະກິດສາກົນ ບັນຫາຊັບ​ສິນ​ທາງປັນຍາ​​ໄດ້​ມີ​ຄວາມ​ສົນ​ໃຈ​ຫຼາຍ​ກວ່າ​ໝູ່. ວິ​ສາ​ຫະກິດ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ເລື່ອງ​ສະໜອງ​ບັນດາ​ມາດຖານ​ທີ່​ເປັນ​ພື້ນຖານ​ຂອງ​ອົງການ​ການ​ຄ້າ​ໂລກ​ເທົ່າ​ນັ້ນ, ຫາກ​ຫວຽ​ດນາມ​ ກໍ​ພວມ​ເຂົ້າ​ຮ່ວມ​ການ​ເຈລະຈາ​ບັນດາ​ສັນຍາອື່ນໆ ທີ່​ກ່ຽວຂ້ອງ​ເຖິງຊັບ​ສິນ​ທາງປັນຍາອີກ​ດ້ວຍ. ສິ່ງ​ດັ່ງ​ກ່າວ​ກໍ​ວາງ​ອອກ​ສິ່ງ​ທ້າ​ທາຍ ​ແລະ ​ໂອກາດ​ຂອງ​ວິ​ສາ​ຫະກິດ​ຫວຽດາມ, ເມື່ອ​ເຂົ້າ​ຮ່ວມ ວິ​ສາ​ຫະກິດຫວຽດນາມ ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ເລີກ​ເຊິ່ງ, ກວ້າງຂວາງ​ກວ່າ​ຢູ່​ບັນ​ດາ​ປະ​ເທດ​ສະມາຊິກ​ຂອງ​ບັນດາສັນຍາ​ນີ້​ໃນ​ໂລກ”.

ຂ່າວ/ບົດ​ອື່ນ