ກອງປະຊຸມສຳມະນາ “ວິທະຍາສາດເພື່ອສັນຕິພາບ”

(VOVWORLD) - ດ້ວຍຫົວຂໍ້ “ຄວາມໝັ້ນຄົງ ແລະ ສະພາບຂາດຄວາມໝັ້ນຄົງແຫຼ່ງນ້ຳ: ສ້າງການດຳລົງຊີວິດແບບສັນຕິພາບຢູ່ຮ່ວມກັບວິທະຍາສາດຄືນໃໝ່”, ກອງປະຊຸມສຳມະນາຈັດຂຶ້ນແຕ່ວັນທີ 11 – 13 ກັນຍາ, ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດ ແລະ ບັນດາສະມາຊິກສະພາແຫ່ງຊາດໜຸ່ມ 60 ຄົນ ທີ່ຕາງໜ້າໃຫ້ 18 ປະເທດໃນໂລກ.
ກອງປະຊຸມສຳມະນາ “ວິທະຍາສາດເພື່ອສັນຕິພາບ” - ảnh 1ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ:Lê Phước Ngọc/TTXVN)

ກອງປະຊຸມສຳມະນາ “ວິທະຍາສາດເພື່ອສັນຕິພາບ” ຂອງສະຫະພັນລັດຖະສະພາສາກົນ, ໂດຍສູນສາກົນວິທະຍາສາດ ແລະ ການສຶກສາລະຫວ່າງຂະແໜງ (ICISE) ສົມທົບກັບສະຫະພັນລັດຖະສະພາສາກົນ (IPU) ຈັດຂຶ້ນ, ໄຂຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ. ດ້ວຍຫົວຂໍ້ “ຄວາມໝັ້ນຄົງ ແລະ ສະພາບຂາດຄວາມໝັ້ນຄົງແຫຼ່ງນ້ຳ: ສ້າງການດຳລົງຊີວິດແບບສັນຕິພາບຢູ່ຮ່ວມກັບວິທະຍາສາດຄືນໃໝ່”, ກອງປະຊຸມສຳມະນາຈັດຂຶ້ນແຕ່ວັນທີ 11 – 13 ກັນຍາ, ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດ ແລະ ບັນດາສະມາຊິກສະພາແຫ່ງຊາດໜຸ່ມ 60 ຄົນ ທີ່ຕາງໜ້າໃຫ້ 18 ປະເທດໃນໂລກ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ເນັ້ນໜັກວ່າ: ຫວຽດນາມ ໄດ້ມີຫຼາຍມາດຕະການຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ, ເອົາໃຈໃສ່ເລື່ອງສ້າງລະບົບກົດໝາຍໃຫ້ສົມບູນແບບ, ໃນນັ້ນມີເອກະສານຄຸ້ມຄອງທີ່ກ່ຽວຂ້ອງເຖິງນ້ຳກ່ວາ 100 ສະບັບ. ສະພາແຫ່ງຊາດ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສະເໜີບັນດາການເຄື່ອນໄຫວ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມທົ່ວໂລກ ຂອງ ສະຫະພັນລັດຖະສະພາສາກົນ (IPU).

ຕອບກັບ

ຂ່າວ/ບົດ​ອື່ນ