ກອງປະຊຸມສຳມະນາ “ເພີ່ມທະວີວຽກງານຄຸ້ມຄອງຄົນງານຕ່າງປະເທດຢູ່ຫວຽດນາມ”

ກອງປະຊຸມສຳມະນາ “ເພີ່ມທະວີວຽກງານຄຸ້ມຄອງຄົນງານຕ່າງປະເທດຢູ່ຫວຽດນາມ” - ảnh 1
ພາບ​ປະ​ກອບ:laodong.com.vn

(vovworld)- ວັນ​ທີ 27/1 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ​ແລະ ສັງ​ຄົມ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ           ເອີ​ລົບ (EuroCham) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ ດຳ​ລັດ​ຂອງ​ລັດ​ຖະ​ບານ ກຳ​ນົດ​ລະ​ອຽດ​ການ​ປະ​ຕິ​ບັດ​ບາງ​ຂໍ້​ມາ​ດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ແຮງ​ງານ​ກ່ຽວ​ກັບ​ຄົນ​ງານ​ຕ່າງ​ປະ​ເທດ​ເຮັດ​ວຽກ​ຢູ່ ຫວຽດ​ນາມ ແລະ​ ບັນ​ດາ​ຂໍ້​ສະ​ເຫນີ ປັບ​ປຸງ, ເພີ່ມ​ເຕີມ. ຕາມ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ ແລ້ວ, ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ດຳ​ລັດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄົນ​ງານ​ຕ່າງ​ປະ​ເທດ​ເປັນ​ຢ່າງ​ດີ, ກະ​ຊວງ​ດັ່ງ​ກ່າວ​ຈະ​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ຄົນ​ງານ​ຕ່າງ​ປະ​ເທດ​ເຮັດ​ວຽກ​ຢູ່​ຫວຽດ​ນາມ. ໃນ​ນັ້ນ ແນະ​ນຳ ແລະ ແກ້​ໄຂ​ຂໍ້​ຕິດ​ຂັດ​, ຄວາມ​ຫຍຸ້ງ​ຍາກໃນ​ການ​ອອກ​ຫນັງ​ສື​ອະ​ນຸ​ຍາດ​ໃຫ້​ຄົນ​ງານ​ຕ່າງ​ປະ​ເທດຢ່າ​ງ​ທັນ​ການ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ຄົນ​ງານ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ. ພ້ອມ​ທັງ​ສື​ບ​ຕໍ່​ຄົ້​ນ​ຄ້​ວາ, ປັບ​ປຸງ​ຂໍ້​ກຳ​ນົດ, ຂັ້ນ​ຕອນ​ອອກ​ຫນັງ​ສື​ອະ​ນຸ​ຍາດ​ໃຫ້​ຄົນ​ງານ​ຕ່າງ​ປະ​ເທດ​ເຮັດ​ວຽກ​ຢູ່​ຫວຽດ​ນາມ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ກໍ​ຄື​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ຄົນ​ງານ​ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ