ກອງປະຊຸມສຳມະນາ20ປີແຫ່ງການພົວພັນຫວຽດນາມ-ອາເມລິກາ:ສັງເກດຈາກແງ່ມູນເສດຖະກິດ

ກອງປະຊຸມສຳມະນາ20ປີແຫ່ງການພົວພັນຫວຽດນາມ-ອາເມລິກາ:ສັງເກດຈາກແງ່ມູນເສດຖະກິດ - ảnh 1
ກອງປະຊຸມສຳມະນາ20ປີແຫ່ງການພົວພັນ
ຫວຽດນາມ-ອາເມລິກາ:ສັງເກດຈາກແງ່ມູນເສດຖະກິດ
(ພາບ: baodongnai.com.vn)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 31/07, ສະຫະພັນ​ບັນດາ​ສະມາຄົມ​ມິ​ດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ກະຊວງ​ອຸດສາຫະກຳການ​ຄ້າ, ກົງ​ສູນ​ໃຫຍ່​ສະຖານທູ​ດອາ​ເມ​ລິ​ກາ ປະຈຳ​ນະຄອນ, ບັນດາ​ນັກ​ການ​ທູດ, ນັກ​ວາງ​ແຜນ​ນະ​ໂຍບາຍ, ນັກທຸລະກິດ ​ແລະ ນັກ​ຄົ້ນຄວ້າ​ດ້ານ​ເສດຖະກິດ… ໜຶ່ງ​ໃນ​ບັນດາ​ບັນຫາ​ເຊິ່ງບັນດາ​ນັກ​ປະ​ຖະກະຖາ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ​ສົນ​ໃຈ​ແມ່ນ​ກ່ຽວກັບ​ສັນຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີຟິກ (TPP). ຕາມ​ທ່າ​ນລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເຈີ​ນຕວນ​ແອ​ງ ​ແລ້ວ, ສັນ​ຍາ​ນີ້​ໄດ້​ເປີດ​ກາລະ​ໂອກາດ​ອັນ​​ໃຫຍ່​ຫຼວງ​ໃຫ້​ແກ່​ວິ​ສາ​ຫະກິດຄື ບັນດາຂະ​ແໜງຕ່ຳ​ແຜນ​ຕັດຫຍິບ, ​ເກີບ​ໜັງ, ​ເອ​ເລກ​ໂຕນິກ… ​ເຊິ່ງ​ແມ່ນ​ບັນດາ​ຂະ​ແໜງ​ມີ​ທ່າ​ແຮງ​ຢ່າງ​ໃຫຍ່ຫຼວງ ຍ້ອນ​​ໃນ​ຈຳນວນ​ປະ​ເທດ​ແກ່ງ​ແຍ້​ງ​ໃນກາ​ນສົ່ງ​ອອກ​ເຂົ້າ​ອາ​ເມ​ລິ​ກາ ນັ້ນ ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ມີ​ກົນ​ໄກ TPP.

        ຕາມ​ທ່ານ​ນາງ Rena Bitter, ຫົວໜ້າ​ກົງ​ສູນ​ໃຫຍ່​ສະຖານທູ​ດອາ​ເມ​ລິ​ກາ ປະຈຳ​ນະຄອນ​ໂຮ່ຈິ​ມິນ​ ແລ້ວ, ປະຈຸ​ບັນ​ການ​ພົວພັນ​ພວມ​ຢູ່​ໃນ​ໄລຍະ​ຟົດ​ຟື້ນ​ທີ່​ສຸດ. ​ໃນ​ໄລຍະ​ຈະມາ​ເຖິງ, 2 ປະ​ເທດ​ຈະ​ປັບປຸງ​ບັນດາ​ຂົ​ງ​ເຂດທີ່​ພວມ​ຮ່ວມ​ມື, ພ້ອມ​ທັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ເພື່ອ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນດາ​ບັນຫາ​ຂອງພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ, ​ເພື່ອຮັບປະ​ກັບ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ວັດ​ຖະນາ​ຖາວອນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ