ກອງປະຊຸມສຳມະນາການລົງທຶນ ຫວຽດນາມ 2023: ກຳແໜ້ນກາລະໂອກາດລົງທຶນຢູ່ ຫວຽດນາມ ໃນສະພາບການໃໝ່

(VOVWORLD) - ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ໃນສະພາບການສາກົນ ແລະ ພາກພື້ນພວມມີການພັດທະນາຕາມທ່າອ່ຽງຄື: ຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ພັດທະນາແບບຍືນຍົງ, ການປະຕິວັດອຸດສາຫະກຳ 4.0…
 
ກອງປະຊຸມສຳມະນາການລົງທຶນ ຫວຽດນາມ 2023: ກຳແໜ້ນກາລະໂອກາດລົງທຶນຢູ່ ຫວຽດນາມ ໃນສະພາບການໃໝ່ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນບ່າຍວັນທີ 17 ກໍລະກົດ, ໃນຂອບເຂດການຢ້ຽມຢາມສິງກະໂປ ຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມສຳມະນາການລົງທຶນ ຫວຽດນາມ ປີ 2023: ກຳແໜ້ນກາລະໂອກາດລົງທຶນຢູ່ ຫວຽດນາມ ໃນສະພາບການໃໝ່.

        ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ໃນສະພາບການສາກົນ ແລະ ພາກພື້ນພວມມີການພັດທະນາຕາມທ່າອ່ຽງຄື: ຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ພັດທະນາແບບຍືນຍົງ, ການປະຕິວັດອຸດສາຫະກຳ 4.0… ຫວຽດນາມ ແລະ ສິງກະໂປ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່ເພື່ອຊຸກຍູ້ການຮ່ວມມືລົງທຶນໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ພິເສດ, ການພົວພັນຄູ່ຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວ ໄດ້ສ້າງຕັ້ງໃນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ຢູ່ ສິງກະໂປ ໃນຕົ້ນປີນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ສອງຝ່າຍຍູ້ແຮງການຮ່ວມມືໃນບັນດາຂົງເຂດສຳຄັນ, ຊຸກຍູ້ການພັດທະນາເສດຖະກິດໝູນວຽນ, ພະລັງງານສະອາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

 ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາເສດຖະກິດຢ່າງແຮງຂອງ ຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ…

ຕອບກັບ

ຂ່າວ/ບົດ​ອື່ນ