ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ)

ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) - ຕາມ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມສຳ​ມະ​ນາ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການກໍ່ສ້າງ (ສະບັບ​ປັບປຸງ), ​ເຊິ່ງຈັດ​ຕັ້ງຢູ່​ນະຄອນ​ໂຮ່ຈິ​ມິນ​ ໃນຕອນ​ບ່າຍ​ວັນ​ທີ 31/03, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການກໍ່ສ້າງ (ສະບັບ​ປັບປຸງ) ມີ​ຫຼາຍ​ຈຸດ​ໃໝ່​ຄື: ວິທີ​ການຄຸ້ມ​ຄອງ ​ແລະ ​ເນື້ອ​ໃນ​ຄຸ້​ມຄອງ​ແຜນ​ຮ່າງ​ເພື່ອ​ແນ​ໃສ່​ຄຸ້ມ​ຄອງ​ບັນດາ​ໂຄງການ​ນຳ​ໃຊ້ທຶນ​ຂອງ​ລັດຢ່າງ​ແໜ້ນ​ແຟ້ນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ບຸກຄົນ​ຂຶ້ນ​ກັບ​ພາກສ່ວນ​ເສດຖະກິດ​ທີ່​ແຕກ​ຕາງ​ກັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງທຶນ​ກໍ່ສ້າງ; ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ແຜນກໍ່ສ້າງ​ເພື່ອ​ແກ້​ໄຂ​ສະພາບ​​ກໍ່ສ້າງຕາມ​ລຳພັງ, ຮັບປະກັນ​ຄວາມ​ເປີດ​ເຜີຍ, ກະຈ່າງ​ແຈ້ງ​ສຳລັບແຜນການ​ກໍ່​ສ້າງທີ່​ໄດ້​ຮັບ​ການ​ອະນຸມັດ​ຜ່ານ; ກຳນົດ​ຄວາມຮັບຜິດຊອບຄຸ້ມ​ຄອງ​ລັດ​ທີ່​ມີຕໍ່​ການ​​ເຄື່ອນ​ໄຫວລົງທຶນ​ກໍ່​ສ້າງ, ແບ່ງງານ, ​ແບ່ງ​ຂັ້ນ​ລະຫວ່າງ​ບັນດາ​ກະ​ຂວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຢ່າງ​ລະອຽດ. ທ່ານ ຈິ້ງ​ດິ່ງ​ຢຸງ, ລັດຖະມົນຕີ​ກະຊວງ​ກໍ່ສ້າງ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ເຮືອນ​ຢູ່​ສັງຄົມ​ພວມ​ນຳ​ເຂົ້າ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່, ​ແມ່ນ​ພາກສະ​ເພາະ​ຂອງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່. ນີ້​ແມ່ນ​ນະ​ໂຍບາຍ​ໃໝ່​ແຕ່​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່ຫຼວງ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຊົນ​ຜູ້ມີ​ລາຍ​ຮັບ​ປານ​ກາງ ​ແລະ ລາຍ​ຮັບ​ຕໍ່າ ​ບໍ່​ມີ​ເງື່ອນ​ໄຂ​ສາມາດ​ມີ​ເຮືອນ​ຢູ່​​ໄດ້. ໝາຍ​ຄວາມ​ວ່າ​ເຮືອນ​ຢູ່ດັ່ງກ່າວ​ມີ​ການ​ໜູນ​ຊ່ວຍ​ຂອງລັດ. ສະ​ເພາະ​ເຮືອນ​ຢູ່​ສັງຄົມ ​ໄດ້​ນຳ​ເຂົ້າ​ພາກສະ​​ເພາະ​ຂອງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່. ​ໃນ​ຄັ້ງ​ນີ້, ບັນຫາກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ກໍ່​ຈະ​ຖືກຍົກ​ອອກ​ມາ​ເພື່ອ​ໃຫ້ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ນີ້.”

ຂ່າວ/ບົດ​ອື່ນ