ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວຫວຽດນາມ - ອີຕາລີ

ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວຫວຽດນາມ - ອີຕາລີ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການທ່ອງທ່ຽວ​ຫວຽດນາມ - ອີ​ຕາ​ລີ
(ພາບ: Vietnam+)


(vovworld) – ​ຕອນ​ບ່າຍ​ວັນ​ທີ 13/01, ​ໃນ​ຂອບ​ເຂດ​ສັບປະ​ດາວັດທະນະທຳ​ຫວຽດນາມ ຢູ່​ Rome, ກອງ​ປະຊຸມ​ສຳ​ມະ​ນາ “ຫວຽດນາມ - ອີ​ຕາ​ລີ: ກາລະ​ໂອກາດ ​ແລະ ​ແງ່​ຫວັງ​ໃໝ່​ໃຫ້ການ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ” ດຳ​ເນີນ​ໄປ​ຢູ່​ສູນ​ກອງ​ປະຊຸມຂອງ​ຫໍພິພິດ​ຕະພັນ​ແຫ່ງ​ຊາດ​ອີ​ຕາ​ລີ​ Il Vittoriano. ກອງ​ປະຊຸມ​ສຳ​ມະນາ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ສະຖານທູ​ດຫວຽດນາມ ປະຈຳ​ອີ​ຕາ​ລີ ສົມ​ທົບ​ກັນ​ຈັດ​ຕັ້ງ ພ້ອມ​ກັບ​ກະຊວງ​ວັດທະນະ ​ແລະ ມໍລະດົກ​ອີ​ຕາ​ລີ ​ແລະ ສະມາຄົມ​ທ່ອງ​ທ່ຽວ​ແຫ່ງຊາດ​ອີ​ຕາ​ລີ Federturismo ຂຶ້ນ​ກັບ​ສະຫະພັນ​ວົງ​ການເຈົ້າຂອງ​ອຸດສາຫະກຳ​ອີ​ຕາ​ລີ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາ​​ມາດບົ່ມ​ຊ້​ອນ​ໃນ​ການແລກປ່ຽນ​​ແຂກ​ທ່​ອງທ່ຽວລະຫວ່າງ 2 ປະ​ເທດ, ຄວາມ​ຕ້ອງການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ 2 ປະ​ເທດ ​ແລ​ະ ​ແລກປ່ຽນບົດຮຽນ​ໃນ​ການ​ພັດທະນາ​ການທ່ອງທ່ຽວ. ​ໂດຍຕາງໜ້າ​​ໃຫ້ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຫວຽດນາມ, ບໍລິສັດ Vidotours ຢືນຢັນວ່າ ຫວຽດນາມ ​ແມ່ນ​ຈຸ​ດນັດ​ພົບ​ໃໝ່ ດ້ວຍ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ວັດທະນະທຳ​ທີ່​ອຸດົມສົມບູນ, ລາຄາ​ຕໍ່າ. ຝ່າຍ​ອີ​ຕາ​ລີ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົມຊ້ອນດ້ານ​ການທ່ອງທ່ຽວ​ຂອງ​ຫວຽດນາມ, ພ້ອມ​ທັງ​ແນະນຳ​​ໃຫ້ບັນດາ​ຄູ່​ຮ່ວມມື​ຫວຽດນາມ ກ່ຽວ​ກັບທ່າ​ແຮງ, ບົດຮຽນ ​ແລະ ບັນດາ​ລາຍການ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂອງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ