ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ກົດ​ໝາຍ​ວ່​າ​ດ້ວຍ​​ຊາຍ​ແດນ​ດິນ​ຕໍ່​​ແຜ່ນ: ຄຸນ​ຄ່າ ແລະ ພຶດ​ຕິ​ກຳ​ຕົວ​ຈິງໃນ​ການ​ໝູນ​ໃຊ້”

(VOVWORLD) - ຢູ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ພາຍໃນປະເທດ ກໍ່ຄືຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ໄດ້ມີບົດປະກອບຄຳເຫັນຕີລາຄາໝາກຜົນຂອງການຜັນຂະຫຍາຍກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ພາຍຫຼັງ 20 ທີ່ປີມີຜົນສັກສິດແລະ ມາເຂົ້າສູ່ຊີວິດ
ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ກົດ​ໝາຍ​ວ່​າ​ດ້ວຍ​​ຊາຍ​ແດນ​ດິນ​ຕໍ່​​ແຜ່ນ: ຄຸນ​ຄ່າ ແລະ ພຶດ​ຕິ​ກຳ​ຕົວ​ຈິງໃນ​ການ​ໝູນ​ໃຊ້” - ảnh 1ກອງປະຊຸມສຳມະນາສາກົນ “ກົດໝາຍວ່າດ້າຍຊາຍແດນດິນຕໍ່ແຜ່ນ: ຄຸນຄ່າ ແລະ ພຶດຕິກຳຕົວຈິງໃນການໝູນໃຊ້” (ພາບ:  dangcongsan.vn)

ວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານ Wallonie-Bruxelles (ແບນຊິກ) ຢູ່ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ “ກົດໝາຍວ່າດ້າຍຊາຍແດນດິນຕໍ່ແຜ່ນ: ຄຸນຄ່າ ແລະ ພຶດຕິກຳຕົວຈິງໃນການໝູນໃຊ້”. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນປະມານ 150 ທ່ານ ເຊິ່ງແມ່ນບັນດານັກຮຽນຮູ້ ທັງຢູ່ພາຍໃນ ແລະ ສາກົນ ທີ່ລົງເລິກດ້ານວີຊາສະເພາະກ່ຽວກັບກົດໝາຍ ຫວຽດນາມ, ກົດໝາຍສາກົນ, ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນເຂດຊາຍແດນ ແລະ ແຄມທະເລ, ອົງການຕາງໜ້າຕ່າງປະເທດປະຈຳ ຫວຽດນາມ ແລະ ບັນດາອົງການສື່ມວນຊົນ.

ຢູ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ພາຍໃນປະເທດ ກໍ່ຄືຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ໄດ້ມີບົດປະກອບຄຳເຫັນຕີລາຄາໝາກຜົນຂອງການຜັນຂະຫຍາຍກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ພາຍຫຼັງ 20 ທີ່ປີມີຜົນສັກສິດແລະ ມາເຂົ້າສູ່ຊີວິດ, ພຶດຕິກຳຕິວຈິງໃນການປະຕິບັດກົດໝາຍວ່າດ້ວຍທະເລ ຫວຽດນາມ ພາຍຫຼັງ 10 ປີທີ່ມີຜົນສັກສິດ, ຢັ້ງຢືນວ່າກົດໝາຍ ຫວຽດນາມ ວ່າດ້ວຍຊາຍແດນດິນຕໍ່ແຜ່ນ ແມ່ນສອດຄ່ອງກັບກົດໝາຍສາກົນ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ເຫັນດີເປັນເອກະພາບກ່ຽວກັບລະດັບຄວາມສຳຄັນຂອງກົດໝາຍສາກົນ ຕໍ່ວິວັດການສ້າງຕັ້ງ, ປົກປ້ອງ ແລະ ຄວບຄຸມເຂດຊາຍແດນດິນຕໍ່ແຜ່ນ ກໍ່ຄືສະເໜີບັນດາມາດຕະການເພື່ອແນໃສ່ສ້າງຄວາມກົມກຽວລະຫວ່າງກົດໝາຍ ຫວຽດນາມ ກັບ ກົດໝາຍສາກົນ ໃນວຽກງານຊາຍແດນດິນຕໍ່ແຜ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ