ກອງປະຊຸມສຳມະນາ“ອະທິປະໄຕຫວຽດນາມຢູ່ທະເລຕາເວັນອອກໃນໜັງສືພິມພັກ”

ກອງປະຊຸມສຳມະນາ“ອະທິປະໄຕຫວຽດນາມຢູ່ທະເລຕາເວັນອອກໃນໜັງສືພິມພັກ” - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ບັນ​ດາ​ໜັງ​ສື​ພິມ​ຂອງ​ພັກ​ເຂດ​ພາກ​ກາງ - ໄຕ​ງວຽນ​ຄັ້ງ​ທີ 5
(ພາບ: qdnd.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/3, ຢູ່​ດ່າ​ນັ້ງ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ບັນ​ດາ​ໜັງ​ສື​ພິມ​ຂອງ​ພັກ​ເຂດ​ພາກ​ກາງ - ໄຕ​ງວຽນ​ຄັ້ງ​ທີ 5 ໂດຍ​ໜັງ​ສື​ພິມ ດ່າ​ນັ້ງ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ດ້ວຍ​ຫົວ​ຂໍ້​ວ່າ “ອະ​ທິ​ປະ​ໄຕ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນ​ໜັງ​ສື​ພິມ​ພັກ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ເລ​ຂາ​ຜູ້​ປະ​ຈຳ​ການ​ຄະ​ນະ​ພັກ​​ນະ​ຄອນ ດ່ານັ້ງ ຫວໍ​ກົງ​ຈີ໋ ຢັ້ງ​ຢືນ​ວ່າ: ດ່າ​ນັ້ງ​ແມ່ນ​ສະ​ຖານ​ທີ່​​ສຳ​ຄັນ​ຂອງປະ​ເທດ​ຊາດ​ໃນ​ການ​ປ້ອງ​ກັນ​ຊ​າດ -  ປ້ອງ​ກັນ​ຄວາມ​ສະ​ຫງົບ, ດ້ວຍ​ປະ​ຫ​ວັດ​ສາດ​ຕິດ​ພັນ​ກັບ​ພາ​ລະ​ກິດ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ, ຮັກ​ສາ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ… ປະ​ຈຸ​ບັນ, ນະ​ຄອນ​ພວມ​ຜັນ​ຂະ​ຫຍາຍ​ການກໍ່​ສ້າງ​ຫໍ​ວາງ​ສະ​ແດງ ຮ່​ວາງ​ຊາ ແລະ ເລື່ອງກໍ່​ສ້າງ​ກິດ​ຈະ​ກຳ​ນີ້ກໍ່​ປະ​ກອບ​ສ່ວນ​ສົ່ງ​ຜົນ​ສະ​ທ​້ອນ​ເຖິງ​ສະ​ຕິ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ​ຂອງ ຮ່​ວາງ​ຊາ ສຳ​ລັບ​ປະ​ຊາ​ຊົນ​ນະ​ຄອນ​ເວົ້າ​ສະ​ເພາະ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເວົ້າ​ລວມ… ໄລ​ຍະ​ຈະ​ມາ​ເຖິງ, ໜັງ​ສື​ພິມ​ຂອງ​ພັກ​ຕ້ອງ​ເອົາ​ໃຈ​ໃສ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ຜ້ານນັ້ນ​ຍົກ​ສູງ​ສະ​ຕິ, ປັ​ບ​ປຸງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ, ປຸ​ກ​ລຸກ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທຸກ​ຄົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ແນວ​ຄິດ ແລະ ການ​ກະ​ທຳ​ນັບ​ມື້​ນັບ​ສູງ​ໃນ​ພັກ ແລະ ໃນ​ສັງ​ຄົມ, ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທະ​ເລ, ເກາະ​ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ສຳ​ລັບ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ.


ຂ່າວ/ບົດ​ອື່ນ