ກອງປະຊຸມສຳມະນາໂຕະມົນກ່ອນທີ່ດຳເນີນການສົນທະນາປ້ອງກັນ, ຕ້ານສໍ້ລາດບັງຫຼວງ ຄັ້ງທີ 13

ກອງປະຊຸມສຳມະນາໂຕະມົນກ່ອນທີ່ດຳເນີນການສົນທະນາປ້ອງກັນ, ຕ້ານສໍ້ລາດບັງຫຼວງ ຄັ້ງທີ 13 - ảnh 1
(ກອງປະຊຸມສຳມະນາໂຕະມົນກ່ອນທີ່ດຳເນີນ
ການສົນທະນາປ້ອງກັນ, ຕ້ານສໍ້ລາດບັງຫຼວງ ຄັ້ງທີ 13)

(vovworld)​ ​- ວັນ​ທີ 28/10, ກອງ​ປະຊຸມ​ສຳ​ມະ​ນາ​ໂຕະມົນ​ກ່ອນ​ທີ່​ດຳ​ເນີນການ​ສົນທະນາ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງຄັ້ງ​ທີ 13 ​ໂດຍອົງການ​ກວດກາ​ລັດຖະບານ, ​ສະຖານທູດ​ອັງກິດ ​ແລະ ກະຊວງ​ພັດທະນາ​ສາກົນ​ລາຊະ​ອານາຈັກ​ອັງກິດ ​ສົມທົບ​ກັນຈັດ​ຕັ້ງຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ນອກຈາກ​​ເລື່ອງ​ຮັບ​ຟັງ​ຜູ້ຕາງໜ້າ​ອົງການກວດກາ​ລັດຖະບານ​ສະ​ເໜີ​ບົດ​ລາຍ​ງານ​ຕີ​ລາຄາ​ສະພາບ​ຕົວ​ຈິງ​ກຳນົດ​ກົດໝາຍ ​ແລະ ປະຕິບັດ​ບາງ​ມາດ​ຕະການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ ​ບັງ​ຫຼວງ​​ມີ​ປະສິດທິ​ຜົນ; ຜູ້​ຕາງ​ໜ້າກະຊວງ​ຍຸຕິ​ທຳສະ​ເໜີ​ບົດ​ລາຍ​ງານ​ຫົວ​ເລື່ອງ    ສະ​ເພາະ ​ແລະ ບາງ​ບົດ​ປະກອບ ກ່ຽວ​ກັບ​ການຮິບ​ຊັບສົມບັດ​​ໃນ​ບັນດາ​ຄະດີ      ສໍ້​ລາດ​ບັງ​ຫຼວງ; ​ແລະຈະ​ມີ 8 ບົດ​ປະກອບ​ຄວາ​ມເຫັນ ກ່ຽວ​ກັບ​ບົດຮຽນ​ຂອງ​ສາກົນ, ກ່ຽວ​ກັບມາດ​ຕະການ​ປ້ອງ​ກັນການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຮິບຊັບ​ສົມບັດ​​ໃນ​ຄະດີ​ນີ້.
    ບັນດາ​ເນື້ອ​ໃນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ໄດ້​ລວບ​ລວມ, ປັບປຸງ ເພື່ອ    ສະເໜີຢູ່​ທີ່ການ​ສົນທະນາ ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ຄັ້ງ​ທີ 13 ຊຶ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 25/11/2014.

ຂ່າວ/ບົດ​ອື່ນ