ກອງປະຊຸມຮັບເອົາຄຳເຫັນ ຂອງ ສສຊ ກ່ຽວກັບ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)

ກອງປະຊຸມຮັບເອົາຄຳເຫັນ ຂອງ ສສຊ ກ່ຽວກັບ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) - ảnh 1

(ພາບ: vov.vn)

(vovworld)- ​​ຕອນ​​ເຊົ້າວັນ​ທີ 24/4, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສົມທົບ​ກັນຈັດ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດທົ່ວ​ປະ​ເທດ​ເພື່ອ​ຮັບເອົາ​ຄຳ​ເຫັນ​ຂອງ ສສຊ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ພາຍຫຼັງ​ໄດ້​ລວບ​ລວມບັນດາ​ຄຳ​ເຫັນ​ປະກອບຂອງ​ປະຊາຊົນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ຄະນະ​ຮຽບຮຽງ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ທີ່​​ກ່ຽວຂ້ອງຄົ້ນຄ້ວາ, ຮັບ​ເອົາ, ອະທິບາຍ​ຢ່າງ​ຄົບ​ຖ້ວນ. ​ໃນ​ນັ້ນ, ບັນຫາ​ທີ່​ປະຊາຊົນ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ກ່ວາ​ໝູ່​ແມ່ນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຖອນ​ຄືນ​ທີ່​ດິນ, ການຊົດ​ເຊີຍ, ໜູນ​ຊ່ວຍ ​ແລະ ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່. ກ່ຽວຂ້ອງ​ເຖິງ​ສິດ​ນຳ​ໃຊ້​ທີ່​ດິນ​ທີ່​ໄດ້​ລະບຸ​ໄວ້​ໃນ​ມາດຕາ​ທີ 102 ຂອງຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ທ່ານ​ຮິ່ງ​ແທງ​ເລີບ ສສຊ ນະຄອນ​ໂຮ່ຈິ​ມິນ ຖື​ວ່າ:

   “ສະ​ເໜີ​ໃຫ້​ລັດຖະບານ​ບໍ່​ປະກາດ​ໃຊ້​ລາຄາ​ທີ່​ດິນ ຫາກຕ້ອງ​ປະກາດ​ໃຊ້​ວິທີ​ການ, ຫຼັກການ​ກຳ​ນົດ​ລາຄາ​ທີ່​ດິນ​ເທົ່າ​ນັ້ນ, ປະຕິບັດ​ການ​ກວດກາ, ຕິດຕາມ, ປະກາດ​ໃຊ້​ລາຄາ​ທີ່​ດິນ​ຂອງ​ບັນດາ​ແຂວງ​ນະຄອນ​ເພື່ອ​ດັດສົມ​ລາຄາ​ທີ່​ດິນ​ຂອງ​ບັນດາ​ເຂດ​ແດນ. ລາຄາ​ຂອງ​ລັດຖະບານ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຈຳກັດ​ການ​ປະກາດ​ໃຊ້​ລາຄາ​ທີ່​ດິນ​ຂອງ​ທ້ອງ​ຖິ່ນ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ຫັນ​ເປັນ​ຕົວ​ເມືອງ​ຢ່າງ​ໄວວາ​“.

   ມີ​ຫຼາຍ​ຄຳ​ເຫັນ​ສະ​ເໜີ​ໃຫ້​ຮັບຮອງ​ເອົາຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ພາຍຫຼັງ​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ຮັບຮອງ​ເອົາ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄະນະ​ຮຽບຮຽງ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ທີ່​​ກອງປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ທີ່​ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ