ກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ອາຊຽນ+3 ກ່ຽວກັບສະຫວັດດີການສັງຄົມ

ກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ອາຊຽນ+3 ກ່ຽວກັບສະຫວັດດີການສັງຄົມ  - ảnh 1
ທ່ານ Nguyen Trong Dam ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງງານ​ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ
ພາບ: internet


(vovworld) - ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ + 3 ກ່ຽວກັບ​ສະຫວັດດີ​ການ​ສັງຄົມ ​ແລະ ການພັດທະນາ (SOMSWD + 3) ຄັ້ງ​ທີ 7 ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ Nguyen Trong Dam ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງງານ​ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໂລກ​ພວມ​ມີ​ບັນດາ​ບາດກ້າວ​ພັດທະນາ​ທາງ​ດ້ານ​ເສດຖະກິດ, ວິທະຍາສາດ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ຢ່າງ​ວ່ອງ​ໄວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ທຸກ​ຍາກ, ດ້ອຍ​ໂອກາດ​ຍັງ​ຄົງ​ແມ່ນ​ຜູ້​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຕາມ​ຫລັງ​ຂອງ​ບັນດາ​ຜົນງານ​​ແຫ່ງ​ຄວາມ​ກ້າວຫນ້າ ພ້ອມ​ກັນ​ນັ້ນ ​ເຂົາ​ເຈົ້າ​ພັດແມ່ນຜູ້​ຖືກ​ຜົນ​ຮ້າຍ​ຢ່ອນ​ຫລັງ​ກ່ອນໝູ່​ຈາກ​ວິ​ກິດ​ການ​ເສດຖະກິດ, ການ​ເງິນ, ​ໄພ​ທຳ​ມະ​ຊາດ. ​ເພາະສະ​ນັ້ນ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄວນ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ອີກ​ເພື່ອ​ຊຸກຍູ້​ຂົງ​ເຂດ​ສະຫວັດດີ​ການ​ສັງຄົມ ​ແລະ ພັດທະນາ. ທີ່​ກອງ​ປະຊຸມ​ດັ່ງກ່າວ, ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ຄູ່​​ເຈລະຈາ​ຄື: ຈີນ, ຍີ່​ປຸ່ນ ​ແລະ ສ​ເກົາຫລີ ​ໄດ້​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ການ​ຊຸກຍູ້​ບໍລິການ, ສະຫວັດດີ​ການ​ສັງຄົມ​ໃຫ້​ແກ່​ກຸ່ມ​ຄົນ​ດ້ອຍ​ໂອກາດ, ​ເກັບ​ກຳ​ສະພາບ​ການ​ຂອງ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະຫວັດດີ​ການ​ສັງຄົມ ​ແລະ ການພັດທະນາ ພ້ອມ​ທັງ​ກຳນົດ​ບັນດາ​ມາດ​ຕະການ, ​ໂຄງການ​ຮ່ວມ​ມື​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ບົນ​ພື້ນຖານ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ ​ແລະ ທົ່ວ​ພາກ​ພື້ນ.

 

 

ຂ່າວ/ບົດ​ອື່ນ