ກອງປະຊຸມໂອ້ລົມສົນທະນາລະຫວ່າງຊາວໜຸ່ມ ອາຊຽນ - ອິນເດຍ

(VOVWORLD) -  ໃນລະຫວ່າງວັນທີ 8 – 10 ມິຖຸນາ, ກອງປະຊຸມໂອ້ລົມສົນທະນາລະຫວ່າງຊາວໜຸ່ມ ອາຊຽນ - ອິນເດຍ ປີ 2020 ໄດ້ດຳເນີນທາງອອນລາຍ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 200 ຄົນ ແມ່ນຊາວໜຸ່ມ, ບັນດານັກການເມືອງ, ວົງການນັກຄົ້ນຄວ້າ ແລະ ບັນດາອົງການຈັດຕັ້ງສັງຄົມທີ່ມາຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອິນເດຍ. 
ກອງປະຊຸມໂອ້ລົມສົນທະນາລະຫວ່າງຊາວໜຸ່ມ ອາຊຽນ - ອິນເດຍ - ảnh 1 ກອງປະຊຸມໂອ້ລົມສົນທະນາລະຫວ່າງຊາວໜຸ່ມ ອາຊຽນ - ອິນເດຍ ປີ 2020 ໄດ້ດຳເນີນທາງອອນລາຍ

  ເວທີປາໄສນີ້ໄດ້ຈັດຕັ້ງເປັນຄັ້ງທີ 3 ເພື່ອໃຫ້ເພື່ອນໜຸ່ມບັນດາປະເທດ ອາຊຽນ ແລະ ອິນເດຍ ແລກປ່ຽນຄວາມຮູ້, ຂໍ້ລິເລີ່ມເປີດໂອກາດການຮ່ວມມື, ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ-19 ທີ່ເຮັດໃຫ້ໂລກປ່ຽນແປງເຊິ່ງບໍ່ເຄີຍມີມາກ່ອນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Ram Madhav, ເລຂານຸການແຫ່ງຊາດພັກ BJP ກຳອຳນາດຢູ່ ອິນເດຍ, ເປັນສະມາຊິກຄະນະຜູ້ວ່າການຂອງກອງທຶນ ອິນເດຍ ໃຫ້ຮູ້ວ່າ:

        “ພວກເຮົາພວມປະເຊີນໜ້າກັບບັນດາສິ່ງທ້າທາຍດ້ານເສດຖະກິດຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ພວກເຮົາຕ້ອງພ້ອມກັນຮ່ວມມື ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກນີ້. ພວກເຮົາຕ້ອງສະແດງໃຫ້ເຫັນບົດບາດນຳໜ້າ, ຊ່ວຍໃຫ້ປະຊາຊົນເຫັນໄດ້ບັນດາສິ່ງທ້າທາຍພວມປະເຊີນໜ້າ, ກໍ່ຄືຊາຕາກຳລວມຂອງ ອາຊຽນ ແລະ ອິນເດຍ. ລຸ້ນໜຸ່ມ - ແມ່ນບັນດາ ທູດຂອງປະເທດຕົນ, ຈົ່ງເລີ່ມປະຕິບັດບັນດາຂະບວນການທາງສັງຄົມຢູ່ບ້ານເກີດເມືອງນອນຂອງຕົນ, ກໍ່ຄືສະແດງໃຫ້ເຫັນບົດບາດຢ່າງຕັ້ງໜ້າ ລະຫວ່າງບັນດາປະເທດ ອາຊຽນ  ແລະ ອິນເດຍ.

        ໃນບົດກ່າວຄຳເຫັນທີ່ກອງປະຊຸມນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມແຊງເຈົາ ກໍ່ໄດ້ຍົກອອກຄຳເຈາະຈີ້ມກ່ຽວກັບການພົວພັນຊາວໜຸ່ມລະຫວ່າງ ຫວຽດນາມ - ອິນເດຍ. ທ່ານກ່າວວ່າ:

ພວກເຮົາໄດ້ເຫັນປະຈັກຕາ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ມີການເຊື່ອມຕໍ່ຫລາຍຢ່າງກ່ຽວກັບດ້ານປະຫວັດສາດ, ວັດທະນະທຳກັບ ອິນເດຍ. ສະນັ້ນ, ພວກເຮົາຈົ່ງເສົ່ງເສີມຊາວໜຸ່ມ ອິນເດຍ ໄປຍັງ ອາຊີຕາເວັນອອກສ່ຽງໃຕ້ ພາຍຫລັງໂລກລະບາດໂຄວິດ-19 ສິ້ນສຸດ, ເພື່ອສະສົມຄວາມຮູ້ໃຫ້ແກ່ເຂົາເຈົ້າຕື່ມອີກ. ຈາກນັ້ນແມ່ນຊຸກຍູ້ການທ່ອງທ່ຽວລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ