ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 ​ສະ​ມາ​ຄົມ​ຊາຍ​ຄາ​ແຫ່ງຄວາມ​ອົບ​ອຸ່ນ ຫວຽດ - ເຊັກ​ໂກ

(VOVWORLD) - ຕອນຄ່ຳວັນທີ 5 ພະຈິກ, ຢູ່ນະຄອນຫຼວງ ປຣາຮາ, ສາທາລະນະລັດ ເຊັກໂກ, ສະມາຄົມການກຸສົນ “ຊາຍຄາແຫ່ງຄວາມອົບອຸ່ນ ຫວຽດ - ເຊັກໂກ” ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຊາຍຄາແຫ່ງຄວາມອົບອຸ່ນ ຫວຽດ - ເຊັກໂກ ຄົບຮອບ 10 ປີ (2013 – 2023).
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 ​ສະ​ມາ​ຄົມ​ຊາຍ​ຄາ​ແຫ່ງຄວາມ​ອົບ​ອຸ່ນ ຫວຽດ - ເຊັກ​ໂກ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 3 ສະມາຄົມຊາຍຄາແຫ່ງຄວາມອົບອຸ່ນ ຫວຽດ - ເຊັກໂກ

ຜ່ານການເຄື່ອນໄຫວມາເປັນເວລາ 10 ປີ ດ້ວຍນ້ຳໃຈທີ່ມີກຸສົນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊາຍຄາແຫ່ງຄວາມອົບອຸ່ນ ຫວຽດ - ເຊັກໂກ ຍາມໃດກໍແມ່ນໜຶ່ງໃນບັນດາອົງການນຳໜ້າໃນການເຄື່ອນໄຫວການກຸສົນ, ຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈໃຫ້ຫຼາຍກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ດ້ອຍໂອກາດຢູ່ ສ. ເຊັກໂກ ແລະ ຢູ່ ຫວຽດນາມ. ມາຮອດປັດຈຸບັນ, ສະມາຄົມໄດ້ໃຫ້ການໜູນຊ່ວຍຈຳນວນເງິນທັງໝົດເກືອບ 270.000 ເອີໂຣ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ຖ໋າຍຊວັນຢຸງ, ໄດ້ຮັບຮູ້ ແລະ ຕີລາຄາສູງວຽກງານການເຄື່ອນໄຫວຂອງສະມາຄົມດັ່ງກ່າວ ແລະ ຢັ້ງຢືນວ່າ ຈະຮ່ວມເດີນທາງພ້ອມກັບທາງສະມາຄົມໃນວຽກງານການກຸສົນ ເພື່ອພໍ່ແມ່ພີ່ນ້ອງ ແລະ ສັງຄົມ.

ໃນຂອບເຂດຂອງລາຍການ, ຄະນະຈັດຕັ້ງລະດົມຈຳນວນເງິນມາໄດ້ກວ່າ 7.200 ເອີີໂຣ ຈາກການປະມູນຜະລິດຕະພັນ ເພື່ອຊ່ວຍເຫຼືອກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ສ.ເຊັກໂກ ແລະ ຫວຽດນາມ.

ນັກຂ່າວ VOV ປະຈຳ ຢູ່ ສ.ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ