ກອງປະຊຸມໃຫຍ່ຊາວກະສິກອນອາຊີເພື່ອການພັດທະນາຊົນນະບົດແບບຍືນຍົງຄັ້ງທີ7

ກອງປະຊຸມໃຫຍ່ຊາວກະສິກອນອາຊີເພື່ອການພັດທະນາຊົນນະບົດແບບຍືນຍົງຄັ້ງທີ7 - ảnh 1
ບັນດາຜູ້ແທນເຂ້ົ້າຮ່ວມກອງປະຊຸມ

(vovworld) – ວັນ​ທີ 5/8, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​​ໃຫຍ່​ຊາວ​ກະສິກອນ ອາຊີ ​ເພື່ອ​ການ​ພັດທະນາ​​ແບບ​ຍືນ​ຍົງ​ຄັ້ງ​ທີ 7 ດ້ວຍ​ຫົວ​ຂໍ​​້ວ່າ “​ແບ່ງປັນ​ຄວາມ​ຮູ້​ຂອງ​ບັນດາ​ອົງການ​ຊາວ​ກະສິກອນ​ເຂົ້າ​ໃນ​ໂຄງການ​ລົງທຶນ​​ເພື່ອ​ການ​ກະສິກຳ​ແບບ​ຍືນ​ຍົງ​ເພື່ອ​ລົບ​ລ້າງ​ຄວາມທຸກ​ຍາກ​ຮອດ​ປີ 2030”. ກອງ​ປະຊຸມ​ໃຫຍ່​ໄດ້​ປຶກສາ​ຫາລື ​ແລະ ສະ​ເໜີ​ຫຼາຍ​ມາດ​ຕະການ​ແທດ​ຈິງ​ເພ​ື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ກະສິກຳ, ຊາວ​ກະສິກອນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ ​ແລະ ຮັບ​ສະມາຊິກ​​ໃໝ່​ເຊິ່ງລວມມີ: ສະມາຄົມ​ຊາວ​ກະສິກຳ ຫວຽດນາມ, ສະມາຄົມ​ຊາວ​ກະສິກຳ​ຍິງ​ເປັນ​ເຈົ້າ​ຕົນ​ເອງ ອິນ​ເດຍ, ສະຫະ​ສະມາຄົມ​ຊາວ​ກະສິກ​ອນແຫ່ງ​ຊາດ Tajikistan, ​ເຄືອ​ຂ່າຍ​ຊາວ​ກະ​ສິກອນ​ລາວ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ ລ້າຍ​ຊວນ​ມົນ, ປະທານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ​ໃຫ້​ຮູ້​ວ່າ, ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫລ່​ພ້ອມ​ກັບ​ບັນດາ​ສະມ​າຊິກສະມາຄົມ​ຊາວ​ກະສິກອນ ອາຊີ ​ເພື່ອ​ການ​ພັດທະນາ​ຊົນນະບົດ​ແບບ​ຍືນ​ຍົງ (AFA), ມານະ​ພະຍາຍາມ​ສູ້​ຊົນ​ໃຫ້​ຈຸດໝາຍ​ລວມກ່ຽວ​ກັບ​ການ​ພັດທະນາ​ກະສິກຳ, ຊົນນະ​ບົດ​ແບບ​ຍືນ​ຍົງ, ​ເພ່ີມ​ທະວີ​ປະ​ຊາ​ທິປະ​ໄຕ, ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ.


ຂ່າວ/ບົດ​ອື່ນ