ກອງປະຊຸມໃຫຍ່ນັກສຶກສາ ຫວຽດນາມ ຄັ້ງທີ 10 ໄດ້ຈັດຕັ້ງຢ່າງສົມກຽດ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 10 ມີຄຳຂວັນການກະທຳທີ່ວ່າ “ນັກສຶກສາ ຫວຽດນາມ ມີຄຸນນະທາດ, ຮ່ຳຮຽນ, ມີຫົວຄິດປະດິດສ້າງ, ອາສາສະໝັກ...

ຕອນເຊົ້າວັນທີ 10 ທັນວາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 10 ອາຍຸການ 2018 – 2023. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນເກືອບ 700 ຄົນ, ຕາງໜ້າໃຫ້ນັກສຶກສາຢູ່ພາຍໃນປະເທດ ແລະ ນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ຕ່າງປະເທດ 2,4 ລ້ານຄົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 10 ມີຄຳຂວັນການກະທຳທີ່ວ່າ “ນັກສຶກສາ ຫວຽດນາມ ມີຄຸນນະທາດ, ຮ່ຳຮຽນ, ມີຫົວຄິດປະດິດສ້າງ, ອາສາສະໝັກ, ເຊື່ອມໂຍງ ແລະ ພັດທະນາ”. ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງອອກຄາດໝາຍ: ສ້າງລຸ້ນນັກສຶກສາໃນສະໄໝໃໝ່ມີອຸດົມການປະຕິວັດ, ຄຸນນະທາດດ້ານການເມືອງໝັ້ນຄົງໜັກແໜ້ນ, ມີນ້ຳໃຈຮັກຊາດ, ຮັກຫອມລັດທິສັງຄົມນິຍົມ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ປະຊາຄົມ, ຕໍ່ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

        ໃນຂອບເຂດຂອງກອງປະຊຸມໃຫຍ່, ຕອນບ່າຍວັນທີ 11 ທັນວາ, ຈະຈັດຕັ້ງການພົບປະ, ໂອ້ລົມສົນທະນາລະຫວ່າງການນຳລັດຖະບານກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ນັກສຶກສາ ຫວຽດນາມ ຄັ້ງທີ 10.

ຕອບກັບ

ຂ່າວ/ບົດ​ອື່ນ