ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມຄັ້ງທີ3

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມຄັ້ງທີ3 - ảnh 1

ທ່ານ​ຫວູຊວນ​ຮົ່ງ ​ກ່າວ​ຄຳເຫັນ​ທີ່ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ
(ພາບ:dangcongsang.vn)
 

(vovworld) –​​​ ​ ​ ​ເມື່ອ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຂ່ງຂັນ​ຮັກ​ຊາດ, ​ໃນ 5 ປີຜ່ານມາ, ສະຫະ​ພັນ​ໄດ້​ອອກ​ແຮງແຂ່ງຂັນ​ດ້ວຍ​ເນື້ອ​ໃນຕ່າງໆ “ສາມັກຄີ, ຂະຫຍັນ​ຂັນ​ເຂື່ອນ, ມີຫົວຄິດ​ປະດິດ​ສ້າງ, ​ແຂ່ງຂັນກັນ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່ໄດ້​ມອບ​ໝາຍຢ່າງ​ມີ​ໄຊ”, “ຮຳ່ຮຽນ​ຕາມ​ແບບວິທີ​​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ຂອງ​ປະທານ ​ໂຮ່ຈີ​ມິນ”, “ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່”. ພ້ອມກັບບັນດາ​ການ​ເຄື່ອນ​ໄຫວຂົນຂວາຍຄື: ການ​ເມືອງ, ​ການເຈລະຈາ, ການຕໍ່ສູ້​ຕໍ່ຫາງ​ສຽງ, ​ແນະນຳ​ໂຄສະນາ​ກ່ຽວ​ກັບ ຫວຽດນາມ, ​ເຂົ້າ​ຮ່ວມ​ໃນ​ບັນດາ​ບັນຫາ​ທົ່ວ​ໂລກ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຕອບບູນ​ແທນ​ຄຸນ​ກັບ​​ເພື່ອນ​ມິດສາ​ກົນ​…ສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ ​ເພີ່​ມທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ພັດທະນາ, ມະນຸດສະທຳ, ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ປົກ​ປັກຮັກສາສິ່ງ​ແວດ​ລ້ອມ, ພັດທະນາ​​ເສດ​ຖະກິດ - ສັງຄົມ…​ ກ່າວ​ຄຳເຫັນ​ທີ່ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ ຫວຽດນາມ ​ເທື່ອ​ທີ 3, ດຳ​ເນີນ​ໃນ​ວັນ​ທີ 22/9 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານສະຫະ​ພັນ​ບັນດາ​ອົງການ​ຈັ​ດຕັ້ງມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ ​ເນັ້ນ​ໜັກວ່າ: ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 3 ​ໄດ້​ວາງ​ອອກ​ບັນດາ​ໜ້າ​ທີ່​​ຈຸດ​ສຸມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງສະຫະ​ພັນ ​ແລະ ​ບັນດາ​ອົງການຈັດ​ຕັ້ງ​ສະມາຊິກ​ໃນ​ການ​ສືບ​ຕໍ່​ປະກອບສ່ວນ​ປະຕິບັດ​ວຽກ​ງານ​ການ​​ຕ່າງປະ​ເທດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ