ກະກຽມເງື່ອນໄຂຕ່າງໆ ໃຫ້ເວທີປາໄສແຮງງານອົບພະຍົບ ອາຊຽນ ຄັ້ງທີ 11

(VOVWORLD) -ວັນທີ 10 ກັນຍາ, ທີ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບອົງການແຮງງານສາກົນ (ILO), ອົງການພັດທະນາສາກົນ ອົດສະຕາລີ ຈັດຕັ້ງກອງປະຊຸມລະດັບຊາດ ກະກຽມໃຫ້ແກ່ ເວທີປາໄສແຮງງານອົບພະຍົບ ອາຊຽນ (AFML) ຄັ້ງທີ 11.

        ເວທີປາໄສ AFML ຄັ້ງທີ 11 ແມ່ນການເຄື່ອນໄຫວປະຈໍາປີ ເຊິ່ງໄດ້ຈັດຂຶ້ນຢູ່ປະເທດເຈົ້າພາບ ອາຊຽນ ໃນຂອບເຂດການເຄື່ອນໄຫວຂອງ ຄະນະກໍາມະການອາຊຽນ ປະຕິບັດ ຖະແຫຼງການຂອງບັນດາການນໍາ ອາຊຽນ ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດຂອງຜູ້ອອກແຮງງານອົບພະຍົບ. ເວທີປາໄສ AFML  ປີນີ້ ຈະໄດ້ດໍາເນີນຢູ່ສິງກະໂປ ແຕ່ວັນທີ 29 - 30 ຕຸລາ 2018 ດ້ວຍຫົວຂໍ້ “ຫັນເປັນລະບົບດີຈີຕອນ ເພື່ອແນໃສ່່ຊຸກຍູ້ວຽກເຮັດງານທໍາແບບຍືນຍົງໃຫ້ແກ່ຜູ້ອອກແຮງງານອົບພະຍົບໃນ ພາກພື້ນອາຊຽນ”, ສຸມໃສ່ສອງເນື້ອໃນຕົ້ນຕໍ ຄື “ການຄຸ້ມຄອງຜູ້ອອກແຮງງານອົບພະຍົບດ້ວຍລະບົບເຕັກນິກດີຈີຕອນ” ແລະ “ບັນດາການບໍລິການດີຈີຕອນ ສໍາລັບຜູ້ອອກແຮງງານອົບພະຍົບ”.


ຕອບກັບ

ຂ່າວ/ບົດ​ອື່ນ