ກະ​ຊວງ​ກະ​ສິ​ກຳ: ເປັນ​ເຈົ້າ​ການ​ກະ​ກຽມ​ວ​ິ​ທີ​​ການ​ຈຳ​ໜ່າຍ, ສົ່ງ​ອອກ​ໝາກ​ລີ້ນ​ຈີ່

(VOVWORLD) -ປັດຈຸບັນ, ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ ແລະ ສິນໃນນ້ຳ ພວມສືບຕໍ່ໄດ້ຮັບການແນະນຳ, ການໜູນຊ່ວຍ ແລະ ມີມາດຕະການທີ່ມີຄວາມເປັນໄປໄດ້, ທັນການ ເພື່ອສ້າງເງື່ອນໄຂສະດວກໃຫ້ການສັນຈອນ, ສົ່ງອອກ - ນຳເຂົ້າ ແລະ  ການຈຳນໜ່າຍສິນຄ້າ. 
ກະ​ຊວງ​ກະ​ສິ​ກຳ: ເປັນ​ເຈົ້າ​ການ​ກະ​ກຽມ​ວ​ິ​ທີ​​ການ​ຈຳ​ໜ່າຍ, ສົ່ງ​ອອກ​ໝາກ​ລີ້ນ​ຈີ່ - ảnh 1(ພາບປະກອບ: TTXVN)

ເພື່ອແນໃສ່ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການຜະລິດ ແລະ ການຈຳໜ່າຍຜະລິດຕະພັນກະເສດໃນສະພາບການໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນ, ໂດຍສະເພາະແມ່ນສຳລັບຜະລິດຕະພັນທີ່ກຳລັງກ້າວເຂົ້າສູ່ລະດູການເກັບກູ້ ເປັນຕົ້ນແມ່ນ: ຜັກ, ໝາກລີ້ນຈີ່, ໝາກລຳໃຍ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍສັງກັດກະຊວງ ເປັນເຈົ້າການສົມທົບກັບທ້ອງຖິ່ນຕ່າງໆຕິດຕາມສະພາບການຕົວຈິງຢ່າງໃກ້ຊິດ, ຈັດສົ່ງກຳລັງລົງໄປກວດກາ, ກັກກັນສັດຕູພືດ, ໜູນຊ່ວຍບັນດາປະເພດຜະລິດຕະພັນກະເສດສົ່ງອອກ, ພິເສດແມ່ນໝາກລີ້ນຈີ່. ທ່ານ ຮວ່າງຈູງ, ຫົວໜ້າກົມປ້ອງກັນພຶດ ໃຫ້ຮູ້ວ່າ:

        “ປັດຈຸບັນ, ວຽກງານກະກຽມຢູ່ທ້ອງຖິ່ນ ແມ່ນມີຄວາມເປັນເຈົ້າການຫຼາຍ. ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບັກຢາງ ກໍໄດ້ຕິດຕໍ່ພົວພັນມາຍັງ ກົມປ້ອງກັນພືດ ແລະ ເຫັນວ່າ ແຕ່ລະຂອດກະກຽມ ສົ່ງອອກຜະລິດຕະພັນໄປຍັງ ຈີນ ກໍຄື ບາງຕະຫຼາດຄື ອາເມລິກາ, ຍີ່ປຸ່ນ ແລະປະເທດອື່ນໆ  ແມ່ນໄດ້ກະກຽມຢ່າງຄົບຖ້ວນພໍສົມຄວນ. ພິເສດ ແມ່ນ ສຳລັບ ຝ່າຍ ຍີ່ປຸ່ນ, ປີນີ້ ໄດ້ເຈລະຈາຮຽບຮ້ອຍແລ້ວ”.

ປັດຈຸບັນ, ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ ແລະ ສິນໃນນ້ຳ ພວມສືບຕໍ່ໄດ້ຮັບການແນະນຳ, ການໜູນຊ່ວຍ ແລະ ມີມາດຕະການທີ່ມີຄວາມເປັນໄປໄດ້, ທັນການ ເພື່ອສ້າງເງື່ອນໄຂສະດວກໃຫ້ການສັນຈອນ, ສົ່ງອອກ - ນຳເຂົ້າ ແລະ  ການຈຳໜ່າຍສິນຄ້າ. 

ຕອບກັບ

ຂ່າວ/ບົດ​ອື່ນ