ກະຊວງການຕ່່າງປະເທດ ອາເມລິກາ ຖືການຮ່ວມມືດ້ານການຄ້າສອງຝ່າຍກັບ ຫວຽດນາມ ​ເປັນ​ສໍາຄັນ

(VOVWORLD) -  ບັນດາການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນລະຫວ່າງ ອາເມລິກາ ແລະ ຫວຽດນາມ ໄດ້ຊ່ວຍສ້າງວຽກເຮັດງານທໍາໃຫ້ຄົນງານ ອາເມລິກາ ນັບໝຶ່ນໆຄົນ ແລະ ນໍາຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້. 
ກະຊວງການຕ່່າງປະເທດ ອາເມລິກາ ຖືການຮ່ວມມືດ້ານການຄ້າສອງຝ່າຍກັບ ຫວຽດນາມ ​ເປັນ​ສໍາຄັນ - ảnh 1(ພາບປະກອບ:  TTXVN)

      ໃນສື່ສັງຄົມອອນລາຍ Twitter, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ໃນປີ 2019, ວົງເງິນການຄ້າສອງສົ້ນລະຫວ່າງ ອາເມລິກາ ແລະ ຫວຽດນາມ ໄດ້ລື່ນກາຍ 77 ຕື້ USD ໃນຂະແໜງການບໍລິການ ແລະ ສິນຄ້າ, ເຊິ່ງເປັນຕົວເລກທີ່ໜ້າຊື່ນຊົມ ແລະ ສະແດງໃຫ້ເຫັນການພົວພັນຮ່ວມມືລະຫວ່າງສອງປະເທດໃນ 2 ທົດສະວັດຜ່ານມາ ແມ່ນນັບມື້ນັບໄດ້ຮັບການເປີດກວ້າງ. ໃນຂະນະນັ້ນ, ຕາມກະຊວງການຄ້າ ອາເມລິກາ ແລ້ວ, ການສົ່ງອອກສິນຄ້າ ແລະ ການບໍລິການຂອງ ອາເມລິກາ  ມາຍັງ ຫວຽດນາມ ໄດ້ສ້າງວຽກເຮັດງານທໍາໃຫ້ຄົນງານ ອາເມລິກາ ປະມານ 54.000 ຄົນ, ປັດຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 17 ຂອງ ອາເມລິກາ. ໄລ່ຮອດທ້າຍປີ 2019, ທຶນຈົດທະບຽນລົງທຶນທັງໝົດຂອງບັນດາວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ ບັນລຸກວ່າ 11 ຕື້ USD, ຢືນອັນດັບທີ 11 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນຢູ່ ຫວຽດນາມ.

        ກໍກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ທ່ານປະລິນຍາເອກ ຫວູຮົ່ງເລິມ, ນັກຊ່ຽວຊານ ສັງກັດສູນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ອາຊີ - ປາຊີຟິກ ຂອງ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນສາຍພົວພັນພິເສດ. ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຂອງ ອາເມລິກາ ຢູ່ພາກພື້ນ ສໍາລັບທັງຍຸດທະສາດສ້າງຄວາມດຸ່ນດ່ຽງຄືນໃໝ່ຂອງອໍານາດການປົກຄອງຂອງທ່ານປະທານາທິບໍດີ Obama ໃນເມື່ອກ່ອນ ກໍຄື ຍຸດທະສາດ ມະຫາສະໝຸດ ອິນເດຍ - ປາຊີຟິກ ເປີດ ແລະ ເສລີ ຂອງ ອໍານາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໃນປັດຈຸບັນ. ບັນດາການເຄື່ອນໄຫວຮ່ວມມືລວມ ໄດ້ ແລະ ກໍາລັງປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດມີຄວາມເລິກເຊິ່ງຂຶ້ນຕື່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ