ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ແຈ້ງ​ຂ່າວ​ກ່ຽວ​ກັບ​ບັນ​ຫາທີ່​ມີ​ສ່​ວນ​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ​ອາ​ຊຽນ

(VOVWORLD) -ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ນັ້ນແມ່ນ ທຸກການເຄື່ອນໄຫວ ແລະຮ່ວມມືຢູ່ທະເລຂອງບັນດາປະເທດຄວນປະຕິບັດຕາມຂໍ້ກຳນົດຂອງສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982 (UNCLOS), ປະກອບສ່ວນຢ່າງມີຄວາມຮັບຜິດຊອບເພື່ອຜົນປະໂຫຍດລວມ, ສອດຄ່ອງກັບຄວາມມຸ່ງມາດປາດຖະຫນາຂອງບັນດາປະເທດ, ເຄົາລົບກົດໝາຍ,ຮັກສາສັນຕິພາບ ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ ແລະການຮ່ວມມືຢູ່ ທະເລຕາເວັນອອກ.
ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ແຈ້ງ​ຂ່າວ​ກ່ຽວ​ກັບ​ບັນ​ຫາທີ່​ມີ​ສ່​ວນ​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ​ອາ​ຊຽນ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ຈັດຂຶ້ນແບບທາງໄກໃນຕອນບ່າຍວັນທີ 7 ຕຸລາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂ່າວຄາວທີ່ວ່າ ກຸ່ມກຳປັ່ນເດີ່ນບິນ ອັງກິດ ແລະ ກຳປັ່ນປົກປ້ອງ ນິວເຊີແລນ ພວມມີຫນ້າຢູ່ ທະເລຕາເວັນອອກ, ກະກຽມການເຂົ້າຮ່ວມບັ້ນຊ້ອມຮົບຄັ້ງໃຫຍ່ ຢູ່ໃກ້ ສິງກະໂປ ນັ້ນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ ຢືນຢັນ:ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ນັ້ນແມ່ນ ທຸກການເຄື່ອນໄຫວ ແລະຮ່ວມມືຢູ່ທະເລຂອງບັນດາປະເທດຄວນປະຕິບັດຕາມຂໍ້ກຳນົດຂອງສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982 (UNCLOS), ປະກອບສ່ວນຢ່າງມີຄວາມຮັບຜິດຊອບເພື່ອຜົນປະໂຫຍດລວມ, ສອດຄ່ອງກັບຄວາມມຸ່ງມາດປາດຖະຫນາຂອງບັນດາປະເທດ, ເຄົາລົບກົດໝາຍ,ຮັກສາສັນຕິພາບ ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ ແລະການຮ່ວມມືຢູ່ ທະເລຕາເວັນອອກ.

ກ່ຽວກັບກອງປະຊຸມສຸດຍອດ ອາຊຽນ ທີ່ດຳເນີນໃນໄລຍະຈະມາເຖິງນີ້, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຄາດວ່າ ກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມຂັ້ນສູງອື່ນໆທີ່ກ່ຽວຂ້ອງ ຈະຈັດຂຶ້ນທາງໄກໃນລະຫວ່າງວັນທີ 26 – 28 ຕຸລາ 2021. ປັດຈຸບັນ, ພວມຊຸກຍູ້ວຽກງານກະກຽມໃຫ້ແກ່ກອງປະຊຸມເຫຼົ່ານັ້ນຢູ່. ອາຊຽນ ກໍໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສ ແລ້ວ. ທຸກບັນຫາທີ່ກ່ຽວຂ້ອງເຖິງກອງປະຊຸມເຫຼົ່ານັ້ນ ອາຊຽນ ລ້ວນແຕ່ນຳມາປຶກສາຫາລື ແລະ ຕົກລົງກັນບົນພື້ນຖານຂອງ ກົດບັດ ອາຊຽນ, ສອດຄ່ອງກັບຂັ້ນຕອນ ແລະ ລະບຽບການຂອງ ອາຊຽນ./.

ຕອບກັບ

ຂ່າວ/ບົດ​ອື່ນ