ກະຊວງການຕ່າງປະເທດອາເມລິກາສະເໜີລືບຊື່ກູບາອອກຈາກບັນຊີລາຍຊື່ນັກອຸປະຖຳການກໍ່ການຮ້າຍ

ກະຊວງການຕ່າງປະເທດອາເມລິກາສະເໜີລືບຊື່ກູບາອອກຈາກບັນຊີລາຍຊື່ນັກອຸປະຖຳການກໍ່ການຮ້າຍ - ảnh 1
ແຂກ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ ຢູ່ ກູ​ບາ
(ພາບ: Getty)

(vovworld) - ​ວັນ​ທີ 9/4, ໃນ​ການ​ຢ້ຽມຢາມ Jamaica, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແຈ້ງ​ໃຫ້​ຮູ້​ວ່າ ກະຊວງການ​ຕ່າງປະ​ເທດອາ​ເມ​ລິ​ກາ ​ໄດ້​​ພິຈາລະນາ​ບັນຫາລືບ​ຊື່​ກູ​ບາ ​ອອກ​ຈາກ​ບັນຊີ​ລາຍ​ຊື່​ນັກ​ອຸປະຖຳ​​ການ​ກໍ່​ການ​ຮ້າຍສຳ​ເລັດ. ​ແຕ່​ຍັງ​ບໍ່​ທັນ​ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນຫາ​ນີ້​ຢ່າງ​ເປັນ​ທາງ​ການ​ເທື່ອ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 7/4, ທ່ານ​ຮອງ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ Ben Rhodes ​ໃຫ້​ຮູ້​ວ່າ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ອາດ​ຈະ​ມີ​ຂໍ້​ຕົກລົງລືບ​ຊື່​ກູ​ບາ ​ອອກ​ຈາກ​ບັນຊີ​ລາຍ​ຊື່​ນັກ​ອຸປະຖຳ​​ການ​ກໍ່​ການ​ຮ້າຍ, ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ທະວີບອາ​ເມ​ລິ​ກາ​ຄັ້ງ​ທີ 7, ​ໃນ​ລະຫວ່າງ​ວັນ​ທີ 10-11/4 ຢູ່ Panama.


ຂ່າວ/ບົດ​ອື່ນ