ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໜູ​ນຊ່ວຍ​ປຸກ​ສ້າງ​ເຮືອນຢູ່​ອາ​ໄສ 1.200 ຫຼັງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່ ຊ​ອັກ​ຈັງ

(VOVWORLD) - ບັນດານັກອຸປະຖຳໄດ້ມອບເງິນຊ່ວຍເຫຼືອປຸກສ້າງເຮືອນຢູ່ອາໄສ 1.200 ຫຼັງໃຫ້ແກ່ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ໃນບໍລິເວນແຂວງ ຊອັກຈັງ, ເຮືອນແຕ່ລະຫຼັງ ຈະໄດ້ຮັບເງິນຊ່ວຍເຫຼືອ 50 ລ້ານດົ່ງ (ກວ່າ 2100 USD).
ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໜູ​ນຊ່ວຍ​ປຸກ​ສ້າງ​ເຮືອນຢູ່​ອາ​ໄສ 1.200 ຫຼັງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່ ຊ​ອັກ​ຈັງ - ảnh 1ພິທີມອບ-ຮັບເຮືອນ ແລະ ເງິນຊ່ວຍເຫຼືອໃນການປຸກສ້າງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກຢູ່ແຂວງ ຊອັກຈັງ (ພາບ: VOV)

ວັນທີ 18 ມິຖຸນາ, ຢູ່ຕາແສງ ດ້າຍເຕິມ, ເມືອງ ໝີຊວຽນ, ແຂວງ ຊອັກຈັງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະກຳປະຊາຊົນແຂວງ ແລະ ຕຳຫຼວດ ແຂວງ ຊອັກຈັງ ຈັດພິທີມອບ-ຮັບເຮືອນ ແລະ ເງິນຊ່ວຍເຫຼືອໃນການປຸກສ້າງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວຊາວເຜົ່າຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ຊອັກຈັງ.

        ຢູ່ພິທີ, ບັນດານັກອຸປະຖຳໄດ້ມອບເງິນຊ່ວຍເຫຼືອປຸກສ້າງເຮືອນຢູ່ອາໄສ 1.200 ຫຼັງໃຫ້ແກ່ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ໃນບໍລິເວນແຂວງ ຊອັກຈັງ, ເຮືອນແຕ່ລະຫຼັງ ຈະໄດ້ຮັບເງິນຊ່ວຍເຫຼືອ 50 ລ້ານດົ່ງ (ກວ່າ 2100 USD). ທ່ານພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເນັ້ນໜັກວ່າ ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດ ແລະ ປະຕິບັດຕາມທັດສະນະ “ພັດທະນາເສດຖະກິດຕິດພັນກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັບປະກັນການຊ່ວຍເຫຼືອສັງຄົມ” ຢ່າງສະເໝີຕົ້ນສະເໜີປາຍ. ດ້ວຍມູນເຊື້ອ, ຫຼັກສິນທຳ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ”, ໃນປີຜ່ານມາ, ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ຍັງປະສົບກັບຄວາມຫຍຸ້ງຍາກ.

        ກ່ອນໜ້ານັ້ນ, ໄລຍະ 2019 – 2022, ແຂວງ ຊອັກຈັງ ໄດ້ຂົນຂວາຍປຸກລະດົມ ແລະ ປຸກສ້າງເຮືອນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ທີ່ມີຄວາມຕ້ອງການດ້ານເຮືອນຢູ່ ໄດ້ 5.200 ຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ