ກະຊວງຕຳຫຼວດມອບເຮືອນຕົວແບບ ແລະ ຄ່າໃຊ້ຈ່າຍໜູນຊ່ວຍການກໍ່ສ້າງເຮືອນ 1.200 ຫຼັງໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ອາໄສຢູ່ແຂວງດັກລັກ

(VOVWORLD) - ແຫຼ່ງເງິນໃຊ້ຈ່າຍແມ່ນກ່ວາ 60 ຕື້ດົ່ງ (ກ່ວາ 2,4 ລ້ານ ໂດລາສະຫະລັດ) ໂດຍກະຊວງຕຳຫຼວດ ຂົນຂວາຍຈາກບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ. ເຮືອນແຕ່ລະຫຼັງມີມູນຄ່າ 80 ລ້ານດົ່ງ (ກ່ວາ 3.200 ໂດລາສະຫະລັດ)
ກະຊວງຕຳຫຼວດມອບເຮືອນຕົວແບບ ແລະ ຄ່າໃຊ້ຈ່າຍໜູນຊ່ວຍການກໍ່ສ້າງເຮືອນ 1.200 ຫຼັງໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ອາໄສຢູ່ແຂວງດັກລັກ - ảnh 1ພິທີເລີ່ມລົງມືກໍ່ສ້າງ
(ພາບ:Tuấn Long/VOV)

ວັນທີ 21 ມີນາ, ຢູ່ເມືອງ ກືເມີກາ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບແຂວງ ດັກລັກ ແລະ ບັນດາວິສາຫະກິດຈັດພິທີເລີ່ມລົງມືກໍ່ສ້າງ, ມອບເຮືອນຕົວແບບ ແລະ ຄ່າໃຊ້ຈ່າຍໜູນຊ່ວຍກໍ່ສ້າງເຮືອນ 1.200 ຫຼັງໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກກ່ຽວກັບດ້ານເຮືອນຢູ່, ຄອບຄົວເປົ້າໝາຍນະໂຍບາຍ, ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍໃນບໍລິເວນແຂວງ. ແຫຼ່ງເງິນໃຊ້ຈ່າຍແມ່ນກ່ວາ 60 ຕື້ດົ່ງ (ກ່ວາ 2,4 ລ້ານ ໂດລາສະຫະລັດ) ໂດຍກະຊວງຕຳຫຼວດ ຂົນຂວາຍຈາກບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ. ເຮືອນແຕ່ລະຫຼັງມີມູນຄ່າ 80 ລ້ານດົ່ງ (ກ່ວາ 3.200 ໂດລາສະຫະລັດ); ໃນນັ້ນ ກະຊວງຕຳຫຼວດໜູນຊ່ວຍກ່ວາ 50 ລ້ານດົ່ງ (ກ່ວາ 2.000 ໂດລາສະຫະລັດ), ສ່ວນຍັງເຫຼືອແມ່ນໂດຍຕຳຫຼວດແຂວງ ດັກລັກ ພ້ອມກັບອຳນາດການປົກຄອງທ້ອງຖິ່ນປຸກລະດົມແຫຼ່ງກຳລັງປະກອບສ່ວນກໍ່ຄືແຮງງານຈາກບັນດາຄອບຄົວ, ປະຊາຄົມເຂດຊຸມຊົນ, ກຳລັງປະກອບອາວຸດ, ສະມາຊິກຊາວໜຸ່ມ… ເຂົ້າຮ່ວມໜູນຊ່ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ