ກະ​ຊວງ​ຕຳຫຼວດ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) - ການນຳຂັ້ນສູງລາວ ປາດຖະໜາວ່າ ການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ສືບຕໍ່ພັດທະນາເຂົ້າສູ່ລວງເລິກ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ ສັງຄົມ.
ກະ​ຊວງ​ຕຳຫຼວດ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ການຕ້ອນຮັບທ່ານ ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ

ໃນຂອບເຂດການຢ້ຽມຢາມລາວ, ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ທີ່ການເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງລາວ, ທ່ານລັດຖະມົນຕີ ໂຕເລິມ ໄດ້ເນັ້ນໜັກວ່າ ສອງກະຊວງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແຈ້ງໃຫ້ກັນຊາບຢ່າງທັນການ, ມີການຮ່ວມມືຢ່າງມີປະສິດທິຜົນໃນການຕໍ່ສູ້, ປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດຊະນິດຕ່າງໆ, ຢຶດໝັ້ນ ບໍ່ປະໃຫ້ອົງການ, ສ່ວນບຸກຄົນສວຍໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານຄືນປະເທດເພື່ອນ.

ທີ່ການພົບປະ, ການນຳຂັ້ນສູງລາວ ປາດຖະໜາວ່າ ການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ສືບຕໍ່ພັດທະນາເຂົ້າສູ່ລວງເລິກ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ ສັງຄົມ ແລະ ການທູດຂອງແຕ່ລະປະເທດ ຢ່າງແທດຈິງ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານລັດຖະມົນຕີ ໂຕເລິມ ເປັນຫົວໜ້າ ໄດ້ເຂົ້າຮ່ວມການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວິໄລ ຫຼ້າຄຳຟອງ ເປັນຫົວໜ້າຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ