ກະຊວງປ້ອງກັນປະເທດລາວຈັດຕັ້ງງານຊຸມນຸມມິດຕິງຢ່າງສົມກຽດສະເຫຼີມສະຫຼອງ ວັນບຸນໃຫຍ່ຂອງ 2 ປະເທດຫວຽດນາມ-ລາວ

(VOVWORLD) - ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດ ສປປ ລາວ ຈັດຕັ້ງງານໂຮມຊຸມນຸມມິດຕິງສະເຫຼີມສະຫລອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວ. 
ກະຊວງປ້ອງກັນປະເທດລາວຈັດຕັ້ງງານຊຸມນຸມມິດຕິງຢ່າງສົມກຽດສະເຫຼີມສະຫຼອງ ວັນບຸນໃຫຍ່ຂອງ 2 ປະເທດຫວຽດນາມ-ລາວ - ảnh 1 ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ 

ທີ່ພິທີ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ຢືນຢັນວ່າ: ເຫດການວັນທີ 18 ກໍລະກົດ 1977 ຫວຽດນາມ ແລະ ລາວ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືແມ່ນການພິສູດໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ ສະເໝີຕົ້ນສະເໝີປາຍ, ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນຂອງແຕ່ລະປະເທດ.  ໃນຊຸມປີຜ່ານມາ, ບັນດາເນື້ອໃນແຫ່ງການຮ່ວມມືລະຫວ່າງ 2 ປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ບັນດາກົນໄກ ແລະ ຮູບແບບການຮ່ວມມືນັບມື້ນັບຂະຫຍັນຂັນເຄື່ອນ, ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຂະແໜງການຕ່າງໆນັບມື້ນັບມີປະສິດທິຜົນ, ບັນດາຂົງເຂດຮ່ວມມືນັບມື້ນັບໄດ້ຮັບການເປີດກ້ວາງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ 2 ປະເທດ ຫວຽດນາມ  -ລາວ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຍາມໃດກໍ່ຢຶດໝັ້ນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອໃຫ້ການພົວພັນນີ້ຍື່ນຍົງຄົງຕົວກັບການເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ