ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຈັດກອງປະຊຸມສະຫລຸບວຽກງານການ​ຕ່າງ​ປະ​ເທດ

(VOVWORLD) -  ພິເສດ, ກະຊວງຍັງສືບຕໍ່ຢັ້ງຢືນທີ່ຕັ້ງ, ບົດບາດ ແລະ ອິດທິພົນຊື່ສຽງສຳຄັນຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ແລະ ບັນດາຂະແໜງການກ່ຽວກັບແຮງງານ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ...
ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຈັດກອງປະຊຸມສະຫລຸບວຽກງານການ​ຕ່າງ​ປະ​ເທດ - ảnh 1ກອງປະຊຸມຈັດຂຶ້ນໃນຕອນບ່າຍວັນທີ 25 ທັນວາ
(ພາບ: VOV)

ກອງປະຊຸມສະຫລຸບວຽກງານພົວພັນຕ່າງປະເທດປີ 2023 ແລະ ທິດທາງໜ້າທີ່ປີ 2024 ຂອງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 25 ທັນວາ, ຢູ່ຮ່າໂນ້ຍ. ປີນີ້, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເປັນປະທານເຊັນຂໍ້ຕົກລົງສາກົນລະດັບກະຊວງ 7 ສະບັບ ແລະ ຂໍ້ຕົກລົງສາກົນຂັ້ນກົມ, ກົມໃຫຍ່ 5 ສະບັບ; ຮັບ 2 ບ້ວງເງິນຊ່ວຍເຫຼືອລ້າຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ສ່ວນຫຼາຍໄດ້ສຸມໃສ່ເຂົ້າຂົງເຂດເດັກນ້ອຍ, ຄົນພິການ, ບັນດາກຸ່ມເປົ້າໝາຍມີຄວາມສ່ຽງໄພສູງກ່ວາເພິ່ນ… ພິເສດ, ກະຊວງຍັງສືບຕໍ່ຢັ້ງຢືນທີ່ຕັ້ງ, ບົດບາດ ແລະ ອິດທິພົນຊື່ສຽງສຳຄັນຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ແລະ ບັນດາຂະແໜງການກ່ຽວກັບແຮງງານ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສະຫວັດດີການສັງຄົມ, ປົກປ້ອງສິດທິຂອງແມ່ຍິງ, ເດັກນ້ອຍ ແລະ ແຮງງານເຄື່ອນຫຍ້າຍ.

        ປີ 2024, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈະສືບຕໍ່ຊຸກຍູ້ບັນດາກົນໄກຮ່ວມມື ແລະ ຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມແລ້ວກັບບັນດາຄູ່ຮ່ວມມື; ຊຸກຍູ້ການເຈລະຈາ ແລະ ການເຊັນສັນຍາຮັບປະກັນຊີວິດສັງຄົມກັບ ຍີ່ປຸ່ນ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ອົງການແຮງງານ ສະຫະພັນ ເຢຍລະມັນ ກ່ຽວກັບການໜູນຊ່ວຍພັດທະນາຕະຫຼາດແຮງງານ, ວຽກເຮັດງານທຳ, ການຮ່ວມມືອົບພະຍົບແຮງງານທີ່ມີທັກສະ.

ຕອບກັບ

ຂ່າວ/ບົດ​ອື່ນ