ກະຕໍ້ຫວາຍຍິງ ຫວຽດນາມ ຊະນະເລີດໃນປະເພດ 4 ຄົນທີ່ງານແຂ່ງຂັນກະຕໍ້ຫວາຍໂລກ 2023

(VOVWORLD) - ການແຂ່ງຂັນກະຕໍ້ຫວາຍໂລກ World Cup Championship 2023 ຈັດຂຶ້ນຢູ່ປະເທດ ໄທ, ແຕ່ວັນທີ 9 – 16 ກໍລະກົດ.
ກະຕໍ້ຫວາຍຍິງ ຫວຽດນາມ ຊະນະເລີດໃນປະເພດ 4 ຄົນທີ່ງານແຂ່ງຂັນກະຕໍ້ຫວາຍໂລກ 2023 - ảnh 1ທິມຊາດກະຕໍ້ຫວາຍຍິງ ຫວຽດນາມ
(ພາບ: VOV)

ວັນທີ 16 ກໍລະກົດ, ທິມຊາດກະຕໍ້ຫວາຍຍິງ ຫວຽດນາມ ເອົາຊະນະຕໍ່ທິມຊາດກະຕໍ້ຫວາຍຍິງ ອິນໂດເນເຊຍ ໃນຮອບຊິງຊະນະເລີດປະເທດ 4 ຄົນໃນງານແຂ່ງຂັນກະຕໍ້ຫວາຍໂລກ World Cup Championship 2023, ເຊິ່ງຈັດຂຶ້ນຢູ່ປະເທດ ໄທ. ຄຽງຄູ່ກັບປະເພດ 4 ຄົນ, ທິມຊາດກະຕໍ້ຫວາຍ ຫວຽດນາມ ຍັງຄ້ວາໄດ້ຫຼຽນເງິນໃນປະເພດ 3 ຄົນ ເມື່ອປະລາໄຊຕໍ່ທິມຊາດກະຕໍ້ຫວາຍປະເທດ ໄທ.

        ການແຂ່ງຂັນກະຕໍ້ຫວາຍໂລກ World Cup Championship 2023 ຈັດຂຶ້ນຢູ່ປະເທດ ໄທ, ແຕ່ວັນທີ 9 – 16 ກໍລະກົດ. ມີ 36 ທິມເຂົ້າຮ່ວມການແຂ່ງຂັນ. ທິມຊາດກະຕໍ້ຫວາຍ ຫວຽດນາມ ເຂົ້າຮ່ວມຄົບ 4 ປະເພດດານແຂ່ງຂັນສຳລັບຊາຍ ແລະ 4 ປະເພດການແຂ່ງຂັນສຳລັບຍິງ, ດ້ວຍຈຳນວນນັກກິລາຊາຍ 18 ຄົນ ແລະ ນັກກິລາຍິງ 15 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ