ການກະຈາຍສຽງ - ໜຶ່ງສະຕະວັດຮັບໃຊ້ການສະໜອງຂໍ້ມູນຂ່າວສານ, ບັນເທິງ ແລະ ການສຶກສາ

(VOVWORLD) - ພາຍຫຼັງປຸກລະດົມການປະກວດ (ແຕ່ວັນທີ 15 ພະຈິກ 2023 – 30 ມັງກອນ 2024), ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າປະກວດນັບຮ້ອຍບົດຂອງຜູ້ຟັງທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ.
ການກະຈາຍສຽງ - ໜຶ່ງສະຕະວັດຮັບໃຊ້ການສະໜອງຂໍ້ມູນຂ່າວສານ, ບັນເທິງ ແລະ ການສຶກສາ - ảnh 1(ພາບປະກອບ)

        “ການກະຈາຍສຽງ - ໜຶ່ງສະຕະວັດຮັບໃຊ້ການສະໜອງຂໍ້ມູນຂ່າວສານ, ບັນເທິງ ແລະ ການສຶກສາ” ແມ່ນຫົວຂໍ້ຂອງການປະກວດຂຽນປີ 2024 ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈັດຂຶ້ນ, ເພື່ອຕອບສະໜອງວັນກະຈາຍສຽງໂລກປີ 2023. ການປະກວດແມ່ນເພື່ອເຊີດຊູ ແລະ ຢືນຢັນບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຂະແໜງກະຈາຍສຽງໃຫ້ແກ່ການພັດທະນາຂອງມະນຸດ, ໃຫ້ແກ່ສັງຄົມ ແລະ ໃຫ້ບັນດາປະເທດໃນໂລກ.

        ພາຍຫຼັງປຸກລະດົມການປະກວດ (ແຕ່ວັນທີ 15 ພະຈິກ 2023 – 30 ມັງກອນ 2024), ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າປະກວດນັບຮ້ອຍບົດຂອງຜູ້ຟັງທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ. ຕາມການຕີລາຄາແລ້ວ, ບັນດາບົດສົ່ງເຂົ້າປະກວດລ້ວນແຕ່ມີຄຸນນະພາບສູງ, ສະແດງໃຫ້ເຫັນການລົງທຶນຢ່າງລະອຽດລະອໍຂອງຜູ້ເຂົ້າຮ່ວມ. ທ່ານນາງ ຫງວຽນຖຸຍຮວາ, ຫົວໜ້າຄະນະຮ່ວມມືສາກົນ, VOV, ໃຫ້ຮູ້ວ່າ:

        “ບັນດາຜູ້ເຂົ້າຮ່ວມການປະກວດໄດ້ອອກເຫື່ອເທແຮງເພື່ອມີບັນດາບົດຂຽນທີ່ເຕັມໄປດ້ວຍອາລົມຈິດ, ດ້ວຍເອກະສານຫຼາຍຢ່າງ, ບັນດາການສະເໜີການກະຈາຍສຽງຕ້ອງມີການປ່ຽນແປງຄືແນວໃດເພື່ອສອດຄ່ອງກັບຊີວິດປະຈຸບັນ, ດຶງດູດໄວໜຸ່ມໄດ້… ມີຫຼາຍບົດຂຽນໄດ້ຂຽນໃສ່ເຈ້ຍ ແລະ ພາບຖ່າຍ, ແລະກໍ່ມີຫຼາຍບົດໄດ້ສະແດງຜ່ານການອ່ານ, ບັນທຶກສຽງ, ສະເໜີຄືລາຍການກະຈາຍສຽງແທ້… ພິເສດ, ມີເພື່ອນໜຸ່ມຫຼາຍຄົນຍັງສ້າງເປັນກະຕູນ, ຖ່າຍວີດີໂອ… ນັ້ນແມ່ນບັນດາສັນຍານທີ່ໜ້າປິຕິຊົມຊື່ນ, ສະແດງໃຫ້ເຫັນວ່າ ບັນດາເພື່ອນໜຸ່ມກໍ່ມີຄວາມສົນໃຈຕໍ່ການກະຈາຍສຽງ”.

ຕອບກັບ

ຂ່າວ/ບົດ​ອື່ນ