ການກະທຳຂອງຈີນແມ່ນເພື່ອແນໃສ່ເຮັດໃຫ້ຫາງສຽງຜິດເຂວຈາກທິດທາງແລະຍູ້ແຮງຍຸດທະສາດຊືຊາ

(VOVWORLD) -ຂໍ້ຕົກລົງຂອງຈີນ ອາດຈະແມ່ນກົນອຸບາຍເພື່ອແນໃສ່ປັບປຸງຖະແຫຼງການຊືຊາ ຂອງຕົນ ເຖິງວ່າສິ່ງດັ່ງກ່າວ ບໍ່ສາມາດແກ້ຕົວໄດ້.
ການກະທຳຂອງຈີນແມ່ນເພື່ອແນໃສ່ເຮັດໃຫ້ຫາງສຽງຜິດເຂວຈາກທິດທາງແລະຍູ້ແຮງຍຸດທະສາດຊືຊາ - ảnh 1 (ທ່ານ Lucio Blanco Pitlo III, ນັກຊ່ຽວຊານທີ່ຄົ້ນຄວ້າກ່ຽວກັບທະເລຕາເວັນອອກ)

ການກະທຳຂອງຈີນແມ່ນເພື່ອແນໃສ່ເຮັດໃຫ້ຫາງສຽງ ຜິດເຂວຈາກທິດທາງແລະຍູ້ແຮງຍຸດທະສາດຊືຊາ. ນີ້ແມ່ນຂໍ້ສັງເກດຂອງທ່ານ Lucio Blanco Pitlo III, ນັກຊ່ຽວຊານທີ່ຄົ້ນຄວ້າກ່ຽວກັບທະເລຕາເວັນອອກ, ສັງກັດອົງການເສັ້ນທາງແຫ່ງຄວາມກ້າວໜ້າອາຊີ - ປາຊີຟິກ, ເມື່ອຕອບຄຳຖາມຂອງນັກຂ່າວ VOV ປະຈຳອາເມລິກາ, ໃນວັນທີ 21 ເມສາ. ກ່ອນໜ້ານັ້ນ, ກະຊວງບໍລິຫານຄຸ້ມຄອງປະຊາຊົນຈີນ ໄດ້ປະກາດອັນທີ່ເອີ້ນວ່າ “ໃນນາມມາດຕະຖານ” ໃຫ້ນັບສິບ ໝູ່ເກາະ, ຫາດດອນ ຢູ່ທະເລຕາເວັນອອກ, ລວມທັງບັນດາໂຄງສ້າງພູມສາດທີ່ນອນຢູ່ເລິກໃນເຂດເສດຖະກິດພິເສດຂອງຫວຽດນາມ ແລະ ຍັງປະກາດອັນທີ່ເອີ້ນວ່າ “ເຂດຊີຊາ” ແລະ “ເຂດໜານຊາ”, ຂຶ້ນກັບ “ນະຄອນຕາມຊາ” ເພື່ອຄຸ້ມຄອງບັນດາໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ທີ່ຂຶ້ນກັບອຳນາດອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ, ຖືກຫາງສຽງທັງຢູ່ພາຍໃນປະເທດ ແລະ ສາກົນຄັດຄ້ານຢ່າງຮຸນແຮງ.

ເມື່ອວິຈານກ່ຽວກັບບັນດາການກະທຳຫຼ້າສຸດຂອງຈີນ ຢູ່ທະເລຕາເວັນອອກ, ນັກຊ່ຽວຊານ Lucio Blanco Pitlo III ຖືວ່າ.

“ຂໍ້ຕົກລົງຂອງຈີນ ອາດຈະແມ່ນກົນອຸບາຍເພື່ອແນໃສ່ປັບປຸງຖະແຫຼງການຊືຊາ ຂອງຕົນ ເຖິງວ່າສິ່ງດັ່ງກ່າວ ບໍ່ສາມາດແກ້ຕົວໄດ້. ບໍ່ມີໂຄງສ້າງໃດຢູ່ ຕາມຊາ ໄດ້ຮັບຖືວ່າ ແມ່ນເກາະທີ່ອີງໃສ່ຄຳຕັດສິນປີ 2016 ຂອງສານຍຸຕິທຳ ສ້າງຕັ້ງຕາມເອກະສານຊ້ອນທ້າຍທີ 7 ໃນເຫດຟີລິບປິນ ກ່າວຟ້ອງຈີນ ໃນປີດຽວກັນ. ສຳລັບຈີນ, ເຊິ່ງແມ່ນປະເທດມີເຂດໄຫຼ່ທະວີບ, ເລື່ອງປະກາດອະທິປະໄຕສຳລັບບັນດາສິດຢູ່ທະເລລວມທັງເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບ ແລະ ແຕ້ມເສັ້ນພື້ນຖານຢູ່ອ້ອມຂ້າງບັນດາໂຄງສ້າງພູມສາດຢູ່ຊືຊາ ແມ່ນ  ຍາກທີ່ຈະມີລັກສະນະເກ້ຍກ່ອມໄດ້.”

ເມື່ອເຕື້ອງເຖິງມາດຕະການເພື່ອລະງັບຄວາມມັກໃຫຍ່ໄຝ່ສູງຂອງຈີນ ຄືໃນປະຈຸບັນ, ທ່ານ Lucio ຖືວ່າ, ບັນດາປະເທດຕ້ອງນຳໃຊ້ຊ່ອງທາງ ສອງຝ່າຍ ແລະ ພາກພື້ນເພື່ອເປັນການຄັດຄ້ານການກະທຳຫວ່າງມໍ່ໆມານີ້ຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ