ການຂັດແຍ້ງກັນກ່ຽວກັບຜືນແຜ່ນດິນລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ ສືບຕໍ່ຮ້ອນເຮັ່ງ

ການຂັດແຍ້ງກັນກ່ຽວກັບຜືນແຜ່ນດິນລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ ສືບຕໍ່ຮ້ອນເຮັ່ງ - ảnh 1
ຮູບ​ປັ້ນແມ່ຍິງບຳ​ເລີ​ (ພາບ: Yonhap/TTXVN)

(vovworld) – ​ ວັນ​ທີ 16/01 ສື່​ມວນ​ຊົນ ສ.​ເກົາຫຼີ ​ໃຫ້​ຂ່າວ​ວ່າ ບັນດາ​ສະມາຊິກ​ສະພາ​ທ້ອງ​ຖິ່ນ​ປະ​ເທດ​ນີ້  ​ໄດ້​ປະກາດ​ແຜນການສ້າງຮູບ​ປັ້ນແມ່ຍິງບຳ​ເລີ​ຢູ່​ກຸ່ມ​ເກາະ Dokdo ​ຊຶ່ງ​ຝ່າຍ ຍີ່ປຸ່ນ ກໍ່​ຖະ​ແຫຼ​ງປະກາດອະທິປະ​ໄຕ ​ແລະ ​ເອີ້ນ​ວ່າ Takeshima. ການ​ກະທຳ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ການ​ຂັດ​ແຍ້​ງຄັ້ງປະຫວ​ັດ​ສາດ ​ແລະ ຜືນ​​ແຜ່ນດິນ​ລະຫວ່າງ ສ.​ເກົາຫຼີ ​ແລະ ຍີ່ປຸ່ນ ສືບ​ຕໍ່​ຮ້ອນ​ເຮັ່ງຂຶ້ນ ພາຍຫລັງ​ຮູບ​ປັ້ນ​ຮູບ​ໜຶ່ງ​ໄດ້​ຮັບຖື​ວ່າ​​ເປັນ​ສັນຍາ​ລັກ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຖືກບັງຄັບຮັບ​ໃຊ້ທາງ​ເພດ​ສຳພັນ​ໃຫ້ນັກຮົບ ຍີ່ປຸ່ນ ສະ​ໄໝ​ສົງຄາມ ທີ່​ຫາ​ກໍ່​ໄດ້​ຮັບ​ການກໍ່ສ້າງຢູ່​ນອກ​ສະຖານກົງສູນ ຍີ່ປຸ່ນ ຢູ່ນະຄອນ Busan, ພາກ​ໃຕ້ ສ.​ເກົາຫຼີ ​ໃນ​ທ້າຍ​ປີ 2016. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ​ບໍ່​ສາມາດ​ຍອມຮັບ​ ແຜນການ​​ໃໝ່ດັ່ງ​​ກ່າວນັ້ນ​ໄດ້ ​. ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 17/01 ທ່ານ​ Fumio Kishida ​ໄດ້ຊີ້​ແຈ້ງ​ທັດສະນະ​ຂອງ ​ກຸ່ມ​ເກາະ Takeshima ວ່າ​ແມ່ນຂຶ້ນ​ກັບ​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ ຍີ່ປຸ່ນ ຕາມ​ກົດໝາຍ​ສາກົນ ​ແລະ ປະຫວັດສາດ. ດັ່ງ​ນັ້ນ ຍີ່ປຸ່ນ ບໍ່​ສາມາດ​ຍອມຮັບ​ແຜນການ​ດັ່ງກ່າວ.

 

 

ຂ່າວ/ບົດ​ອື່ນ