ການ​ຊ່ວຍ​ເຫຼືອຂອງ JICA ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 10 ກັນຍາທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Yasushi Tanaka ຮອງປະທານອົງການຮ່ວມມືສາກົນຍີ່ປຸ່ນ  (JICA), ທີ່ພວມຢ້ຽມຢາມແລະເຮັດວຽກຢູ່ ສສຫວຽດນາມ.
ການ​ຊ່ວຍ​ເຫຼືອຂອງ JICA ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ ຫວຽດ​ນາມ - ảnh 1  ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບທ່ານ Yasushi Tanaka ຮອງປະທານອົງການຮ່ວມມືສາກົນຍີ່ປຸ່ນ  (JICA) (Quochoi.vn)

 ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມຢັ້ງຢືນວ່າການຊ່ວຍເຫຼືອຂອງ JICA ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ພິເສດໃນແມ່ນການພັດທະນາພື້ນຖານໂຄງລ່າງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມເນັ້ນໜັກວ່າສະພາແຫ່ງຊາດຫວຽດນາມຕີລາຄາສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນທີ່ພວມພັດທະນາຢ່າງເຂັ້ມແຂງ, ຮອບດ້ານແລະແທດຈິງ. ທ່ານຟຸ່ງກວ໊ກຫຽນສະເໜີໃຫ້ JICAສືບຕໍ່ຮວ່ມມືດ້ານເສດຖະກິດກັບຫວຽດນາມ.

        ສ່ວນທ່ານຮອງປະທານJICAYasushi Tanakaກໍ່ໃຫ້ຮູ້ວ່າ:  JICA ໄດ້ມີສາຍພົວພັນອັນດີງານກັບສະພາແຫ່ງຊາດຫວຽດນາມ. ໃນໄລຍະຈະມາເຖິງນີ້, JICAຈະສືບຕໍ່ໃຫ້ການຊ່ວຍເຫຼືອຫວຽດນາມໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ, ປົວແປງສະພາບແວດລ້ອມ ແຫ່ງການລົງທຶນດຳເນີນທຸລະກິດ, ການລົງທຶນດ້ານພື້ນຖານໂຄງລ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ