ການ​ຊອກ​ຫາ​ສິ່ງ​ທີ່​ສົນ​ໃຈ​ທາງ​ອິນ​ເຕີ​ເນັດ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ຫວຽດ​ນ​າມ ເພີ່ມ​ຂຶ້ນ​ຢູ່​ອັນ​ດັບ​ທີ 7 ໃນ​ໂລກ

(VOVWORLD) - ຈຳນວນ 10 ສະຖານທີ່ທ່ອງທ່ຽວ ມີການເຕີບໂຕໄວທີ່ສຸດໃນໂລກລວມມີ: ຕວັກກີ, ເກຼັກ, ກຣົວຊີອິນເດຍ, ອີຕາລີ, ແອັດສະປາຍ, ຫວຽດນາມ, ອາເມລິກາ, ຍີ່ປຸ່ນ, ອັງກິດ.

ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ຫາກໍ່ໃຫ້ຮູ້ວ່າ ການຊອກຫາສິ່ງທີ່ສົນໃຈກ່ຽວກັບການທ່ອງທ່ຽວ ຫວຽດນາມ ຜ່ານເຄື່ອງມືຊອກຫາທ່າອ່ຽງການຕະຫຼາດຂອງ Google ມີການເຕີບໂຕຢູ່ລະດັບ 10 – 25% ໃນໄລຍະແຕ່ເດືອນມິນາ ຫາຕົ້ນເດືອນມິຖຸນາ, ຢື່ນຢູ່ອັນດັບທີ 7 ໃນໂລກ. ຕາມນັ້ນແລ້ວ, ຈຳນວນ 10 ສະຖານທີ່ທ່ອງທ່ຽວ ມີການເຕີບໂຕໄວທີ່ສຸດໃນໂລກລວມມີ: ຕວັກກີ, ເກຼັກ, ກຣົວຊີ, ອິນເດຍ, ອີຕາລີ, ແອັດສະປາຍ, ຫວຽດນາມ, ອາເມລິກາ, ຍີ່ປຸ່ນ, ອັງກິດ. ຫວຽດນາມ ແມ່ນປະເທດໜຶ່ງດຽວຢູ່ ອາຊີຕາເວັນອອກສ່ຽງໃຕ້ ນອນໃນກຸ່ມນີ້.

ໃນກຸ່ມ 10 ຕະຫຼາດສາກົນ ຊອກຫາຫຼາຍທີ່ສຸດກ່ຽວກັບການທ່ອງທ່ຽວ ຫວຽດນາມ ມີ ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ, ສ.ເກົາຫຼີ, ສິງກະໂປ, ອັງກິດ, ມາເລເຊຍ, ເຢຍລະມັນ, ຝລັ່ງ. ນີ້ລ້ວນແຕ່ແມ່ນຕະຫຼາດຈຸດສຸມຂອງການທ່ອງທ່ຽວ ຫວຽດນາມ ທີ່ຕາງໜ້າໃຫ້ແກ່ບັນດາພາກພື້ນຄື: ອາເມລິກາເໜືອ, ອາຊີຕາເວັນອອກສ່ຽງເໜືອ, ເອີລົບຕາເວັນຕົກ, ອາຊີຕາເວັນອອກສ່ຽງໃຕ້. ບັນດາທ້ອງຖິ່ນຂອງ ຫວຽດນາມ ໄດ້ຮັບການຊອກຫາຫຼາຍທີ່ສຸດແມ່ນຢູ່ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ດ່ານັງ, ຝຸກວັກ, ຍາຈາງ ແລະ ໂຮ້ຍອານ.

ຕອບກັບ

ຂ່າວ/ບົດ​ອື່ນ