ການຖະແຫຼງຂ່າວແຜນການກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

(VOVWORLD) - ທີ່ກອງປະຊຸມຄັ້ງນີ້, ຄາດວ່າ ສະພາແຫ່ງຊາດຈະຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ຮ່າງມະຕິ 3 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ
ການຖະແຫຼງຂ່າວແຜນການກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV - ảnh 1ການຖະແຫຼງຂ່າວ
(ພາບ: quochoi.vn)

        ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວແຈ້ງຂໍ້ມູນກ່ຽວກັບແຜນການຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

        ທີ່ກອງປະຊຸມຄັ້ງນີ້, ຄາດວ່າ ສະພາແຫ່ງຊາດຈະຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ຮ່າງມະຕິ 3 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ, ໃນນັ້ນ, ມີກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) (ປະກອບຄຳເຫັນເທື່ອທີ 2); ພິຈາລະນາບັນດາບົດລາຍງານກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ; ຊັກຖາມ, ຕອບຄຳຊັກຖາມ ແລະ ປະຕິບັດວຽກງານບຸກຄະລາກອນ. ທ່ານເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະແຫ່ງຊາດ ບຸຍວັນເກືອງ, ໃຫ້ຮູ້ວ່າ:

        “ກອງປະຊຸມສະໄໝນີ້ໄດ້ໂຮມປະຊຸມຢູ່ຫໍສະພາແຫ່ງຊາດ ແຕ່ແບ່ງປັນ 2 ຄັ້ງ. ສາຍເຫດແມ່ນຊ່ວຍໃຫ້ບັນດາອົງການຂອງສະພາແຫ່ງຊາດປັບປຸງ, ຮັບເອົາຄຳເຫັນ, ສ້າງກົດໝາຍ, ມະຕິສະບັບຕ່າງໆທີ່ໄດ້ຮັບຮອງເອົາມີຄຸນນະພາບສູງໃຫ້ສົມບູນແບບ. ໃນໄລຍະຜ່ານມາ, ດ້ວຍຈິດໃຈເປັນເຈົ້າການໄວ, ແຕ່ໄກ, ບັນດາອົງການຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຂອງລັດຖະບານ ໃນຕະຫຼວດວິວັດການກະກຽມກົດໝາຍ, ມະຕິສະບັບຕ່າງໆ. ສືບຕໍ່ປັບປຸງຮ່າງກົດໝາຍ ເຊິ່ງຈຳນວນນັ້ນຫຼາຍທົບ 2 ເທົ່າເມື່ອທຽບໃສ່ກອງປະຊຸມຊຸດກ່ອນ ສິ່ງຈະແຈ້ງແລ້ວວ່າຕ້ອງໃຊ້ເວລາຫຼາຍກວ່າເພື່ອສ້າງໃຫ້ສົມບູນແບບ ກ່ອນທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດກົດປຸ່ມຮັບຮອງເອົາ”.

ຕອບກັບ

ຂ່າວ/ບົດ​ອື່ນ