ການທ່ອງທ່ຽວ ດານັ້ງ ມີສັນຍານດີໄລຍະຕົ້ນປີໃໝ່ປີມະໂລງ 2024

(VOVWORLD) - ລະອຽດຄື, ແຕ່ວັນທີ 8 ກຸມພາ (ກົງກັບວັນທີ 29 ບຸນເຕັດ) ຮອດວັນທີ 14 ກຸມພາ (ກົງກັບວັນທີ 5 ບຸນເຕັດ), ມີ 894 ຖ້ຽວບິນຢູ່ພາຍໃນປະເທດ ແລະ ສາກົນ ຂົນສົ່ງໂດຍສານແຂກທ່ອງທ່ຽວມາ ດານັ້ງ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ການທ່ອງທ່ຽວ ດານັ້ງ ມີສັນຍານດີໄລຍະຕົ້ນປີໃໝ່ປີມະໂລງ 2024 - ảnh 1ນະຄອນ ດານັ້ງ ຕ້ອນຮັບແຂກທ່ອງທ່ຽວ ໃນຊຸມວັນຕົ້ນປີໃໝ່
(ພາບປະກອບ)

ຕາມພະແນກທ່ອງທ່ຽວ ດ່ານັ້ງ ແລ້ວ, ໃນຊຸມວັນຕົ້ນປີມະໂລງ 2024, ການທ່ອງທ່ຽວ ດານັ້ງ ໄດ້ຮັບຫຼາຍສັນຍານທີ່ດີ.

        ລະອຽດຄື, ແຕ່ວັນທີ 8 ກຸມພາ (ກົງກັບວັນທີ 29 ບຸນເຕັດ) ຮອດວັນທີ 14 ກຸມພາ (ກົງກັບວັນທີ 5 ບຸນເຕັດ), ມີ 894 ຖ້ຽວບິນຢູ່ພາຍໃນປະເທດ ແລະ ສາກົນ ຂົນສົ່ງໂດຍສານແຂກທ່ອງທ່ຽວມາ ດານັ້ງ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ທ່າກຳປັ່ນ ຕຽນຊາ ໄດ້ຕ້ອນຮັບກ່ຳປັ່ນທະເລສາກົນມາພັກ 1 ຄືນ, ດ້ວຍຈຳນວນແຂກທ່ອງທ່ຽວກ່ວາ 3.400 ຄົນ. ຕາມທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກທ່ອງທ່ຽວ ດານັ້ງ ແລ້ວ, ຍອດຈຳນວນແຂກທ່ອງທ່ຽວ ມາທ່ອງທ່ຽວຢູ່ ດານັ້ງ ໃນບຸນປີໃໝ່ປະຈຳຊາດປີມະໂລງ 2024 ບັນລຸເກືອບ 362.000 ເທື່ອຄົນ, ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ຈຳນວນແຂກທ່ອງທ່ຽວສາກົນບັນລຸປະມານ 172.000 ເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດບັນລຸປະມານ 190.000 ເທື່ອຄົນ.

        ທັງປີ, ນະຄອນ ດານັ້ງ ວາງຄາດໝາຍຮັບໃຊ້ແຂກທ່ອງທ່ຽວພັກກ່ວາ 8,4 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ແຂກແຂກທ່ອງທ່ຽວສາກົນແມ່ນ 2,5 ລ້ານເທື່ອຄົນ, ລາຍຮັບຈາກການບໍລິການພັກເຊົາ, ກິນດື່ມທ່ອງທ່ຽວ... ໄດ້ສູ້ຊົນບັນລຸເກືອບ 31.000 ຕື້ດົ່ງ (1,26 ຕື້ ໂດລາສະຫະລັດ), ເພີ່ມຂຶ້ນກ່ວາ 10%.

ຕອບກັບ

ຂ່າວ/ບົດ​ອື່ນ