ການທ່ອງທ່ຽວພາກກາງ - ໄຕງວຽນ

(VOVWORLD) - ວັນທີ 10/6, ຢູ່ນະຄອນ ຕາມກີ່, ກະຊວງ ວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງນາມ ຈັດຕັ້ງເວທີປາໄສ ທ່ອງທ່ຽວພາກກາງ - ໄຕງວຽນ.
ການທ່ອງທ່ຽວພາກກາງ - ໄຕງວຽນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ກ່າວຄຳເຫັນທີ່ພິທີ

ດ້ວຍຫົວຂໍ້ວ່າ: “ການທ່ອງທ່ຽວພາກກາງ - ໄຕງວຽນ-ມຸ່ງໄປເຖິງເຄື່ອງໝາຍການຄ້າ “.

        ກ່າວຄວາມເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ບັນດາທ້ອງຖີ່ນຕ້ອງພ້ອມກັນດຳເນີນງານເພື່ອໃຫ້ທ່ອງທ່ຽວກາຍເປັນຂະແໜງປາຍແຫຼມຢ່າງແທ້ຈິງ. ເລື່ອງເຊື່ອມຈອດໃນພາກພື້ນຄວນກ້າວເຂົ້າລວງເລິກ. ພາກກາງ - ໄຕງວຽນ, ແມ່ນເຂດທີ່ມີວັດທະນະທຳຫຼາຍຢ່າງ, ມີທຳມະຊາດທີ່ພົ້ນເດັ່ນ, ຫຼາຍຮູບຫຼາຍສີ, ຍ້ອນເຫດນັ້ນ, ແຕ່ລະທ້ອງຖີ່ນຄວນໝູນໃຊ້ທ່າໄດ້ປຽບ, ຈຸດທີ່ເປັນເອກະລັກສະເພາະກ່ຽວກັບທຳມະຊາດ, ວັດທະນະທຳ ເພື່ອສ້າງເປັນຜະລິດຕະພັນທ່ອງທ່ຽວທີ່ມີສີສັນສະເພາະ, ສ້າງຄວາມດຶງດູດນັກທ່ອງທ່ຽວ. ຄຽງຂ້າງການໜູນຊ່ວຍຈາກງົບປະມານ, ບັນດາທ້ອງຖີ່ນຄວນລະດົມແຫຼ່ງຊັບພະຍາກອນສູງສຸດ, ໃນນັ້ນມີແຫຼ່ງຊັບພະຍາກອນຈາກວິສາຫະກິດເອກະຊົນຄວນໄດ້ຮັບການຂຸດຄົ້ນຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ