ການນຳ ລັດເຊຍ - ຈີນ ສະໜັບສະໜູນກັນ ຄັດຄ້ານການແຊກແຊງຈາກພາຍນອກ

(VOVWORLD) -  ວັນທີ 08 ກໍລະກົດ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ V.Putin. ໃນການໂອ້ລົມ, 2 ຝ່າຍໄດ້ສະແດງໃຫ້ເຫັນການສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາ, ໃນນັ້ນ ມີການປັບປຸງລັດຖະທຳມະນູນຢູ່ ລັດເຊຍ ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງ ຮົ່ງກົງ ຂອງ ຈີນ.
ການນຳ ລັດເຊຍ - ຈີນ ສະໜັບສະໜູນກັນ ຄັດຄ້ານການແຊກແຊງຈາກພາຍນອກ - ảnh 1 (ພາບປະກອບ/ vov.vn)

        ໃນການໂອ້ລົມ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢືນຢັນວ່າ ຈີນ ສະໜັບສະໜູນເສັ້ນທາງພັດທະນາທີ່ເໝາະສົມກັບສະພາບການພາຍໃນປະເທດຂອງ ລັດເຊຍ ແລະ ເລື່ອງສ້າງປະເທດນີ້ໃຫ້ຈະເລີນພັດທະນາ.

        ສ່ວນທ່ານປະທານາທິບໍດີ ລັດເຊຍ Putin ຖືວ່າ: ເລື່ອງ ລັດເຊຍ ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ ດ້ວຍອັດຕາສະໜັບສະໜູນສູງ ໄດ້ຊ່ວຍໃຫ້ປະເທດນີ້ ຮັກສາສະຖຽນລະພາບດ້ານການເມືອງຍາວນານ, ປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ດີກ່ວາ ແລະ ຄັດຄ້ານການແຊກແຊງຈາກພາຍນອກ.

        ທ່ານ Putin ຢັ້ງຢືນວ່າ: “ການພົວພັນລະຫວ່າງ ລັດເຊຍ - ຈີນ ພວມຢູ່ໃນລະດັບສູງສຸດໃນປະຫວັດສາດ”, ພ້ອມທັງເນັ້ນໜັກເຖິງການສະໜັບສະໜູນມານະພະຍາຍາມຂອງ ຈີນ ໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ ຮົ່ງກົງ ແລະ ຄັດຄ້ານບັນດາການກະທຳເກາະຜິດ ທີ່ແນໃສ່ທຳລາຍອະທິປະໄຕຂອງ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ