ການນຳຂັ້ນສູງ ຫວຽດນາມ ຮັບຫຼຽນໄຊຂອງລັດຖະບານ ສປປ ລາວ

(VOVWORLD) - ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ປະດັບ ຫຼຽນຄຳແຫ່ງຊາດ - ເຊິ່ງເປັນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ສປປ ລາວ ມອບໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ປະດັບຫຼຽນໄຊອິດສະຫຼະຊັ້ນ I ຂອງລາວ ໃຫ້ແກ່ການນຳ 11 ທ່ານເຊິ່ງເປັນກຳມະການກົມການເມືອງ ແລະ ເລຂາສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII.
ການນຳຂັ້ນສູງ ຫວຽດນາມ ຮັບຫຼຽນໄຊຂອງລັດຖະບານ ສປປ ລາວ - ảnh 1
ການນຳພັກ, ລັດ ຫວຽດນາມ ບາງທ່ານທີ່ໄດ້ປະດັບຫຼຽນໄຊໃນຄັ້ງນີ້ (ພາບ: Vũ Dũng/ VOV)

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ສູນກອງປະຊຸມສາກົນທີ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ຈັດພິທີປະດັບຫຼຽນຄຳແຫ່ງຊາດ ແລະ ຫຼຽນໄຊອິດສະຫຼະຊັ້ນ I ຂອງລັດແຫ່ງ ສປປ ລາວ ໃຫ້ແກ່ການນຳຂັ້ນສູງພັກ, ລັດ ຫວຽດນາມ ບາງທ່ານ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ເຂົ້າຮ່ວມພິທີປະດັບຫຼຽນ, ຝ່າຍ ຫວຽດນາມ ມີທ່ານປະທານປະເທດ ຫງວຽນຊວນຟຸກ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ… ສ່ວນຝ່າຍລາວ ມີທ່ານຮອງປະທານປະເທດ ສປປ ລາວ ບຸນທອງ ຈິດມະນີ, ພ້ອມກັບບັນດາສະມາຊິກຂອງຄະນະຜູ້ແທນຂັ້ນສູງພັກ, ລັດລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”. ນະທີ່ນີ້, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ປະດັບ ຫຼຽນຄຳແຫ່ງຊາດ - ເຊິ່ງເປັນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ສປປ ລາວ ມອບໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ປະດັບຫຼຽນໄຊອິດສະຫຼະຊັ້ນ I ຂອງລາວ ໃຫ້ແກ່ການນຳ 11 ທ່ານເຊິ່ງເປັນກຳມະການກົມການເມືອງ ແລະ ເລຂາສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ຢັ້ງຢືນວ່າ: ນີ້ແມ່ນລາງວັນທີ່ເໝາະສົມມອບໃຫ້ບັນດາການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ … ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງ, ດີເດັ່ນພິເສດໃນການຮັກສາ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ປາດຖະໜາ ແລະ ຕັດສິນໃຈເພີ່ມພູນຄູນສ້າງສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ຈາກບົດຮຽນທີ່ລ້ຳຄ່າໃນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບໃນເມື່ອກ່ອນ, ສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດຈະສືບຕໍ່ສາມັກຄີ, ເປັນເອກະພາບຄືດັ່ງອ້າຍນ້ອງກັນເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໜູນຊ່ວຍເຊິ່ງກັນ ແລະ ກັນ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ນຳມາເຊິ່ງຊີວິດທີ່ສະຫງົບສຸກ, ອີ່ມໜຳສຳລານ, ຄວາມຜາສຸກມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ