ການນຳບາງປະເທດສົ່ງສານ/ຈົດໝາຍສະແດງຄວາມເສົ້າສະຫຼົດໃຈມາຍັງພັດ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວອະດີດເລຂາທິການໃຫຍ່ ເລຂາຟຽວ

(VOVWORLD) - ໂດຍໄດ້ຮັບຂ່າວວ່າ ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເລຂາຟຽວ ເຖິງແກ່ມໍລະນະກຳ, ການນຳລັດ, ການນຳບາງພັກການເມືອງໄດ້ສົ່ງສານ/ຈົດໝາຍສະແດງຄວາມເສົ້າສະຫຼົດໃຈມາຍັງການນຳພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄວບຄົວທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ. 

   ທ່ານປະທານາທິບໍດີ ປາແລັດສະຕິນ, ປະທານຄະນະບໍລິຫານງານອົງການປົດປ່ອຍ ປາແລັດສະຕິນ Mahmoud Abbas ; ທ່ານປະທານພັກກຳມະກອນ ບັງກະລາເທດ Rashed Khan Menon ; ທ່ານເລຂາທິການໃຫຍ່ພັກແນວໂຮມປົດປ່ອຍ ໂມຊຳບິກ (FRELIMO) Roque Silva Samuel ; ທ່ານເລຂາທິການໃຫຍ່ພັກປະຕິວັດ ຕາຊານີ Humphrey Polepole ກໍ່ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈມາຍັງການນຳພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

ຕອບກັບ

ຂ່າວ/ບົດ​ອື່ນ