ການ​ນຳ​ພັກ, ລັດ ຢ້ຽມ​ຢາມ, ມອບ​ຂອງ​ຂວັນໃຫ້​ທ້ອງ​ຖິ່ນ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ

(VOVWORLD) - ໃນໄລຍະເຄື່ອນໄຫວຢູ່ແຂວງ ລອງອານ, ວັນທີ 25 ມັງກອນ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ໃຫ້ແກ່ກຳລັງຕຳຫຼວດແຂວງ ແລະ ຢ້ຽມຢາມຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນນະຄອນ ເຕິນອານ. 
ການ​ນຳ​ພັກ, ລັດ ຢ້ຽມ​ຢາມ, ມອບ​ຂອງ​ຂວັນໃຫ້​ທ້ອງ​ຖິ່ນ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ - ảnh 1ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ກຳມະກອນ ແລະ ຄອບຄົວທຸກຍາກ ຢູ່ແຂວງ ເບັນແຈ (ພາບ: VOV)

ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານເຊິ່ງກຳລັງຕຳຫຼວດແຂວງ ລອງອານ ບັນລຸໄດ້ໃນວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ກໍຄືຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ລອງອານ; ພ້ອມດຽວກັນນັ້ນ, ທ່ານນາງກໍໃສ່ໃຈວ່າ ກຳລັງຕຳຫຼວດຕ້ອງສົມທົບກັບບັນດາທ້ອງຖິ່ນທີ່ຕິດກັບຊາຍແດນໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບປອດໄພພາຍໃນປະເທດ ແລະ ເຂດຊາຍແດນ ຢ່າງແໜ້ນແຟ້ນ.

        ກໍໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນ ຈີລັງ ແລະ ກຳລັງເຈົ້າໜ້າທີ່ເຮັດວຽກຢູ່ດ່ານຊາຍແດນ ນ່າກັງ, ດ່ານຊາຍແດນ ບ໋ານຈັດ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ເຊັ່ນດຽວກັນ, ພ້ອມທັງມອບຂອງຂວັນ 160 ພູດ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນເຜົ່າສ່ວນໜ້ອຍ ຢູ່ຕາແສງ ບິ່ງຊ໊າ (ເມືອງ ດິ່ງເລິບ). 


ຕອບກັບ

ຂ່າວ/ບົດ​ອື່ນ