ການນຳພັກ, ລັດ ຫວຽດນາມ ເຂົ້າສຸສານໄຫວ້ອາໄລ ປະທານໂຮ່ຈີມິນ ເນື່ອງໃນໂອກາດບຸນເຕັດປີມະໂລງ 2024

(VOVWORLD) -ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫລວງຂອງປະທານໂຮ່ຈີມິນ ສຳລັບພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດ...
ການນຳພັກ, ລັດ ຫວຽດນາມ ເຂົ້າສຸສານໄຫວ້ອາໄລ ປະທານໂຮ່ຈີມິນ ເນື່ອງໃນໂອກາດບຸນເຕັດປີມະໂລງ 2024 - ảnh 1ການນຳພັກ, ລັດ ຫວຽດນາມ ເຂົ້າສຸສານໄຫວ້ອາໄລ ປະທານໂຮ່ຈີມິນ (ພາບ: VGP)

ຕອນເຊົ້າວັນທີ 7 ກຸມພາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນຄະນະບໍລິຫານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ ເນື່ອງໃນໂອກາດບຸນເຕັດປີມະໂລງ 2024. ເຂົ້າໄປໄຫວ້ອາໄລ ຍັງມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫລວງຂອງປະທານໂຮ່ຈີມິນ ສຳລັບພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ; ຢືນຢັນ ຫວຽດນາມ ຢຶດໝັ້ນເສັ້ນທາງຊື່ງທ່ານປະທານໂຮ່ຈີມິນ ໄດ້ເລືອກເຟັ້ນ ເພື່ອພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງພັດທະນາຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈີມິນ. ຕໍ່ຈາກນັ້ນ ຄະນະຜູ້ແທນໄດ້ໄປວາງພວງມາລາ ຖະຫວາຍທູບທຽນອາໄລຫານັກຮົບວິລະຊົນທີ່ເສຍສະຫລະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ ຖະຫນົນ ບັກເຊີນ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ