ການນຳພັກ,ລັດຢ້ຽມຢາມ,ອວຍພອນບັນດາອົງການສຳນັກຂ່າວສານ,ສື່ມວນຊົນ

ການນຳພັກ,ລັດຢ້ຽມຢາມ,ອວຍພອນບັນດາອົງການສຳນັກຂ່າວສານ,ສື່ມວນຊົນ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ​ວ່າ​ບິ່ງ
ອວຍ​ພອນ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ລັດ​ຖະ​ບານ)

(vovworld) – ​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 91 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ ( 21/06/1925-21/06/2016 ), ຕອນ​ເຊົ້າ​ວັນ​ທີ 21/06 ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ​ວ່າ​ບິ່ງ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ລັດ​ຖະ​ບານ ແລະ ໜັງ​ສື​ພິມ​ມະ​ຫາ​ສາ​ມັກ​ຄີ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ຟ້າມ​ມິງ​ຈິ໋ງ, ຫົ​ວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ການ​ນຳ, ພະ​ນັກ​ງານ, ນັກ​ຂ່າວ, ບັນ​ນາ​ທິ​ການ, ສິ​ລະ​ປິນ, ນັກ​ເຕັກ​ນິກ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ນະ​ທີ່ນີ້, ທ່​ານ ຟ້າມ​ມິງ​ຈິ໋ງ ປາ​ຖະ​ໜາ​ວ່າ: ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້ແກ່​ວຽກ​ງານ​ຈັດ​ຕັ້ງ​ ກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມືອງ, ປະ​ກອບ​ສ່ວນ​ກຳ​ນົດ​ທິດ​ຫາງ​ສຽງ, ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

        “ປະ​ຈຸ​ບັນ ວຽກ​ງານ​ສື່ມວນ​ຊົນ ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ, ສ້າງ​ສາ​ປະ​ເທດ​ຊາດ. ຫວັງ​ວ່າ​ບັນ​ດາ​ພະ​ນັກ​ງານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສືບ​ຕໍ່​ໂຄ​ສະ​ນາ​ເຜີຍ​ແຜ່, ໃຫ້​ຂ່າວ, ປຸກ​ລະ​ດົມ​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​​ວຽກ​ດີ​ຄົນ​ເດັ່ນ, ບັນ​ດາ​ວຽກ​ງານ​ທີ່​ດີ ຫຼື ຂອງ​ລະ​ບົບ​ການ​ເມືອງ​ທີ່​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ຈັດ​ຕັ້ງ​ພະ​ນັກ​ງານ, ສ້າງ​ກົງ​ຈັກ; ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ຍູ້​ການ​ເຊື່ອມ​ທາດຂາດ​ຄຸນ​​ ດ້ານ​ການ​ເມືອງ, ​ແນວ​ຄິດ, ກ່ຽວ​ກັບ​ຄຸນ​ສົມ​ບັດ​ແບບ​ແຜນ​ ດຳ​ລົງ​ຊີ​ວິດໃຫ້​ຖອຍ​ໄປ ແລະ ສະ​ກັດ​ກັ້ນໄພ​ການ​ຜັນ​ແປ​​ເອງ ແລະ ການ​ຫັນ​ປ່ຽນ​ດ້ວຍ​ຕົນ​ເອ​ງ ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​​ການປັບ​ປຸງ ກໍ່​ສ້າງ​ພັກ​ໃນ​ສະ​ພາບ​ທີ່​ຫຍຸ້ງ​ຍາກ, ສັບ​ສົນ​​ທີ່​ສຸດຂອງ​ໂລກ, ພາກ​ພື້ນ ແລະ ພາຍ​ໃນ​ປະ​ເທດ​ໃນ​ປະ​ຈຸ​ບັນ

        ແລະກໍ່​ໃນ​ວັນ​ດຽວ​ກັນ, ສະ​ມາ​ຄົມ​ນັກ​ຂ່າວ​ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ ແລະ ພິ​ທີ​ມອບ​ລາງວັນ​ສື່ມວນ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 34.

 

 

ຕອບກັບ

ຂ່າວ/ບົດ​ອື່ນ