ການນຳພັກ,ລັດຫວຽດນາມໃຫ້ການຕ້ອນຮັບປະທານຄະນະກຳມະການເອົລົບ

(vovworld) –  ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ຫວຽດນາມ ຕາມ​ຄຳ​​ເຊື້ອ​ເຊີນຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ວັນ​ທີ 26/8, ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ (EC) José Manuel Barroso ​​ໄດ້​ມາຢ້ຽມຢາມ ມະຫາ​ວິທະຍາ​ໄລ​ເສດຖະກິດ​​ແຫ່ງ​ຊາດ (NEU) ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ກັບ​ນັກ​ສຶກສາ​ຂອງ​ໂຮງຮຽນ​ທີ່​ໄດ້​ຮັບ​ໃນ​ປະກາດ​ສະ​ນິຍະບັດ ປະລິຍາ​ເອກ​ກິ​ຕິ​ມະ​ສັກ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ທີ 25/8, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ໃຫ້ການ​ຕ້ອນຮັບ​ທ່ານ Manuel Barroso. ທີ່​ການ​ຕ້ອນຮັບ, ທ່ານ​ປະທານຄະນະ​ກຳມະການ ​ເອີ​ລົບ ຢັ້ງຢືນ ອີ​ຢູ ຍາ​ມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ ຫວຽ​ດນາມ ​ເປັນ​ສຳຄັນ, 2 ຝ່າຍ​ມີ​ຫຼາຍ​ກາລະ​ໂອກາດ ​ແລະ ​ແງ່​ຫວັງ​​ເພື່ອ​ພັດທະນາ​ການ​ພົວພັນ. ສ່ວນ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ປະທານຄະນະ​ກຳມະການ ​ເອີ​ລົບ ສະໜັບສະໜູນ​ວິວັດ​ການ​ເຈລະຈາ ຫວຽດນາມ - ອີ​ຢູ, ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໃນ​ທ້າຍ​ປີ​ນີ້.

ການນຳພັກ,ລັດຫວຽດນາມໃຫ້ການຕ້ອນຮັບປະທານຄະນະກຳມະການເອົລົບ - ảnh 1
ພິທີຕ້ອນຮັບທາງການຢ່າງສົມກຽດ
(ພາບ: VGP/Nhật Bắc)

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ເຈລະຈາ​ກັບ​ປະທານ​ຄະນະ​ກຳມະການ​ເອີ​ລົບ. ທ່ານ​ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ José Manuel Barroso ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວກັບ​ສະພາບ​ການ​ເສດຖະກິດ - ສັງຄົມ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ຝ່າຍ, ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ອີ​ຢູ ​ໃນ​ທຸກ​ຂົງ​ເຂດ, ຈາກ​ເສດຖະກິດ, ການ​ເມືອງ, ການປ້ອງ​ກັນ​ຄວາມ​ສະຫງົບ - ຄຸ້ມ​ຄອງ​ວິ​ກິດ​ການ​ຕະຫຼອດ​ຮອດ​ສິ່ງ​ແວດ​ລ້ອມ, ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ.​.​.​ ຄຽງ​ຄູ່​ກັບ​ບັນ​ດາ​ບັນຫາ 2 ຝ່າຍ, ທ່ານ​ນາຍົກລັດຖະມົນຕີ ​ແລະ ທ່ານ​ປະທານ EC ກໍ່​ແລ​ກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຂັ້ນ​ສູງ ອາຊີ - ​ເອີ​ລົບ.​..​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຂອບ​ອົກ​ຂອບ​ໃຈ EC ​ແລະ ບັນດາ​ປະ​ເທດສະມ​າຊິກ ອີ​ຢູ ​ໄດ້​ໜູນ​ຊ່ວຍ​ວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ກາ​ນ​ເຊື່ອມ​ໂຍງ​ສາກົນ, ຮັກສາ​ການ​ອຸປະຖຳ​ໃຫ້​ແກ່ ຫວຽດນາມ ​​ໄລຍະ​ຫຼັງ​ປີ 2014 ​ແລະ ສະ​ເໜີ​ບາງ​ມາດ​ຕະການ​ເພີ່ມ​ທະ​ວີກ​ານພົວພັນ​ເສດຖະກິດ - ການ​ຄ້າ ຫວຽດນາມ - ອີ​ຢູ ກ່ວາ​ອີກ.

    ທ່ານ​ປະທານ José Manuel Barroso ສະ​ແດງ​ຄວາມ​ເພິ່​ງພໍ​ໃຈ​ຕໍ່ໜ້າ​ບັນ​ດາ​ການ​ພັດທະນາ​ຕັ້ງໜ້າ​ໃນ​ການ​ພົວພັນ ຫວຽດນາມ - ສະຫະພາບ ​ເອີ​ລົບ, ພິ​ເສດ​ແມ່ນ​ການ​ພົວພັນ​ເສດຖະກິດ - ການ​ຄ້າ ​ແລະ ການ​ຮ່ວມ​ມື​ພັດທະນາ, ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ພົວພັນ ອາ​ຊຽນ - ອີ​ຢູ, ຢັ້ງຢືນ​ການ​ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​ໂຄງ​ປະກອບ​ຄວາ​ມໝັ້ນຄົງ​ໃນ​ພາກ​ພື້ນ​ພວມ​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

ການນຳພັກ,ລັດຫວຽດນາມໃຫ້ການຕ້ອນຮັບປະທານຄະນະກຳມະການເອົລົບ - ảnh 2
ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ José Manuel Barroso ແລະ ທ່ານ​ເລຂາທິການ​ໃຫຍ່ ​​ຫງວຽນ​ຟູ໋ຈ້ອງ
(ພາບ: VGP/Nhật Bắc)

    ​ແລະ​ກໍ່​ໃນຕອນ​ບ່າຍ​ວັນ​ທີ 25/8, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ​​ຫງວຽນ​ຟູ໋ຈ້ອງ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ (EC) José Manuel Barroso. ຕີ​ລາຄາ​ສູງ​ການ​ພັດທະນາ​ອັນ​ດີງາມ​ໃນ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອີ​ຢູ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ Barroso ຢັ້ງຢືນ EC ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມ​ິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ຫວຽດນາມ, ຕີ​ລາຄາ​ສູງບົດບາດ​ປະສານ​ງານ​ຂອງ ຫວຽດນາມ​ໃນ​ການ​ພົວພັນ ອາຊຽນ - ອີ​ຢູ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢັ້ງຢືນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ EC ສວມ​ບົດບາດ​ສຳຄັນ​ໃນ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ. ຕີ​ລາຄາ​ສູງ​ທ່າ​ແຮງ​ຂອງ ອີ​ຢູ ​ໃນ​ການ​ບຳລຸງ​ສ້າງ, ຝຶກ​ອົບຮົມ ​ແລ​ະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ທ່ານ ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້ ອີ​ຢູ ໜູນ​ຊ່ວຍ ຫວຽດນາມ ກໍ່ສ້າງ ​ແລະ ສຳ​ເລັດ​ນະ​ໂຍບາຍ​ພັດທະນາ ​ແລະ ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນ​ມະນຸດ.

ຂ່າວ/ບົດ​ອື່ນ