ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນເນື່ອງໃນໂອກາດສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ

ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນເນື່ອງໃນໂອກາດສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ - ảnh 1
ການນຳພັກ, ລັດເຂົ້າສຸສານອາໄລຫາປະທານໂຮ່ຈີມິນ

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 126 ປີ​ແຫ່ງ​ວັນຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19/5/1890 – 19/5/2016), ຕອນ​ເຊົ້າ​ວັນ​ທີ 19/5, ຄະນະ​ຜູ້​​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຂົ້າ​ສຸສານ​ປະທານ ​ໂຮ່ຈີ​ມິນ ​ແລະ ​ອາ​ໄລ​ຫາບັນດາ​ນັກ​ວິລະ​ຊົນທີ່​ໄດ້​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ. ​ເຂົ້າ​ຮ່ວມ​ພິທີ​ໄວ້ອາ​ໄລປະທານ ​ໂຮ່ຈີ​ມິນ​ ມີ​ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ, ທ່ານ​ນາງ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ.

        ພວງມາລາ​ຂອງ​ຄະນະ​ທີ່​ນຳ​ມາ​ໄວ້ອາ​ໄລມີ​ແຖວ​ໜັງສືຂຽນວ່າ “ຮູ້​ບຸນ​ຄຸນປະທານ ​ໂຮ່ຈີ​ມິນ ຜູ້​ຍິ່ງ​​ໃຫຍ່ຊົ່ວ​ນິລັກ​ດອນ”. ບັນດາ​ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ຜູ້​ແທນ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ອາ​ໄລ​ຫາ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ປະທານ​ໂຮ່ຈີ​ມິນ, ຜູ້ນຳ​ທີ່​ປີ​ຊາສາມາດ​ຂອງ​ພັກ ​ແລະ ປະ​ຊາ​ຊົນ, ​​ເປັນ​ອາຈານ​ຜູ້​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ ຫວຽດນາມ, ​ເປັນນັກ​ວິລະ​ຊົນ​ປົດ​ປ່ອຍ​ຊາດ, ​ເປັນບຸລຸດ​ຜູ້​ມີ​ຊື່​ສຽງ​ດ້ານ​ວັດທະນະທຳ​ໃນ​ໂລກ. ຈາກ​ນັ້ນ, ຄະນະ​​ໄດ້​ໄປ​ວາງ​ພວງມາລາ ​ແລະ ອາ​ໄລຫາ​ບັນ​ດາ​ນັກຮົບ​ທີ່​ເສຍ​ສະຫຼະ​ຊີວິດ​ເພື​່ອຊາດ​ຢູ່​ອະນຸສາວະລີ​ນັກຮົບ​ທີ່ເສຍ​ສະຫຼະ​ຊີວິ​ດ​ເພ່ື່ອຊາດ.

ຂ່າວ/ບົດ​ອື່ນ