ການນຳພັກ,ລັດເຂົ້າຮ່ວມແລະຊີ້ນຳກອງປະຊຸມອົງຄະນະພັກບັນດາແຂວງ,ນະຄອນ,ອາຍຸການ2015-2020

ການນຳພັກ,ລັດເຂົ້າຮ່ວມແລະຊີ້ນຳກອງປະຊຸມອົງຄະນະພັກບັນດາແຂວງ,ນະຄອນ,ອາຍຸການ2015-2020 - ảnh 1
(ກອງ​ປະຊຸມ​ໃຫຍ່ອົງຄະນະ​ພັກ​ນະຄອນ​ຫາຍ​ຟ່ອງ)

(vovworld) – ​ເພີ່ມ​ທະວີ​ການ​ສ້າງ​ອົງຄະ​ນະ​ພັກ, ອຳ​ນາດ​ການ​ປົກຄອງ​ນະຄອນ​ຫາຍ​ຟ່ອງ, ​ໃຫ້​ປອດ​ໄສ, ​ໝັ້ນຄົງເຂັ້ມ​ແຂງ, ສາມັກຄີ, ​ເປັນ​ເອກະ​ພາບກັນ, ຖື​ນີ້​ແມ່ນ​ໜ້າ​ທີ່​ຫຼັກ​​ແຫຼ່ງ, ມີ​ຄວາມ​ໝາຍ​ຕັດ​ສິນຊີ້​ຂາດ​ເພື່ອນຳ​ຫາຍ​ຟ່ອງ ​ພັດທະນາກະ​ໂດດ​ຂັ້ນ, ບຸກທະລຸ. ນີ້​ແມ່ນ​ຄຳ​​ເຫັນຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ທີ່​ກອງ​ປະຊຸມ​ໃຫຍ່ອົງຄະນະ​ພັກ​ນະຄອນ​ຫາຍ​ຟ່ອງ, ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 22/10. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້ຫາ​ຍຟ່ອງ ສືບ​ຕໍ່​ປະຕິບັດ 3 ​ບຸກທະລຸ​ຍຸດ​ທະ​ສາດ​ໃຫ້​ເປັນ​ຢ່າງ​ດີ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ກວ່າ​ອີກ, ຍູ້​ແຮງ​ການ​ດ​ຶງດູດ​ບັນດາ​ວິ​ສາ​ຫະກິ​ດພາຍ​ໃນ ​ແລະ ຕ່າງປະ​ເທດ​ລົງທຶນເຂົ້າ​ໃນ​ການ​ພັດທະນາ​ໂຄງ​ປະກອບພື້ນຖານ​ໂຄງ​ລ່າງ ​ແລະ ບັນດາ​ຂົງ​ເຂດ​ອຸດສາ​ຫະກຳ, ການ​ບໍລິການ, ກະສິກຳ; ຍູ້​​ໄວຄວາມ​ຄືບ​ໜ້າ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ຊີ້​ແຈ້ງວ່າ.

      “​ການ​ພັດທະນາ​ບັນດາ​ຮູບ​ການ​ບໍລິການ - ການ​ຄ້າ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງຢ່າງ​ແຮງ, ​ໃນ​ນັ້ນ ຖື​ການ​ພັດທະນາ​ການ​ບໍລິການ​ທ່າ​ກໍ່າ​ປັ່ນ, ການ​ບໍລິການ​​ເດີນທະ​ເລ, ການ​ບໍລິການ logistics ​ທ່າ​ແຮງ, ​ແມ່ນ​ທ່າ​ໄດ້​ປຽບ​ຂອງ​ຫາຍ​ຟ່ອງ. ພ້ອມ​ທັງ​ພັດທະນາ​ການທ່ອງທ່ຽວ​ຕິດ​ພັນກັບ​ການ​ລົງ​ທຶນ​ພັດທະນາພື້ນຖານ​ໂຄງ​ລ່າງຢ່າງ​ຄົບ​ຊຸດ, ສ້າງ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ໃໝ່ ຕິດ​ພັນ​ກັບ​ທ່າ​​ແຮງ​ງຂອງ​ນະຄອນ​ທະ​ເລ, ​ເກາະ ​​ເພື່ອໃຫ້ການທ່ອງທ່ຽວ​​​​ກາຍ​ເປັນ​ຂະ​ແໜງ​​ເສດຖະກິດປາຍແຫຼມຂອງ​ນະ​ຄອນ​ຫາຍ​ຟ່ອງ ຢ່າງ​​ແທດ​ຈິງ”.    

    ແລະກໍໃນຕອນ​ເຊົ້າ​ວັນ​ທີ 22/10, ຢູ່​ນະຄອນ ດົ່ງ​ເຮີ໋ຍ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ ກວາງ​ບິ່ງ ຄັ້ງ​ທີ 16 ອາຍຸ​ການ 2015 – 2020 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານຫງວຽນ​ຊວນ​ຟຸກ ກຳມະການ​ກົມ​ການ​ເມ​ື​ອງ, ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ​ແຂວງ​ເສີມ​ຂະຫຍາຍ​ພູມປັນຍາ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຕ່າງໆ ​ແລະ ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ ​ເພື່​ອສູ້​ຊົນ​ປະຕິບັດ​ຈຸດໝາຍ​ “ນຳ ກວາງ​ບິ່ງ ພັດທະນາ​ ​ແລະ ໝັ້ນຄົງ​ເຂັ້ມ​ແຂງຢ່າງ​ມີ​ໄຊ” ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “​ແຂວງ ກວາງ​ບິ່ງ ຕ້ອງ​ຍູ້​ແຮງ​ການປຸກລະດົມ ​ແລະ ນຳ​​ໃຊ້​ທຸກ​ແຫຼ່ງກຳລັງ​ໃຫ້​ແກ່ການ​ລົງທຶນ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ສືບຕໍ່ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດຢ່າງ​ໄວ​ຕາມ​ທິດ​​ ເພີ່ມ​ອັດຕາ​ສ່ວນ​ບັນດາຂະ​ແໜງ​ອຸດສາ​ຫະກຳ ​ແລະ ການ​ບໍລິການ​ທີ່​ມີ​ທ່າ​ແຮງ, ນຳ​ອຸດສາຫະກຳ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ຈຸດ​ສຸມ ​ແລະ ການທ່ອງທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ. ຍູ້​​ແຮງການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​​ໃໝ່, ສຸມ​ໃສ່​ການສ້າງ​ພັດທະນາ​ກະສິກຳ​ຫລາຍ​ຂະ​ແໜງ, ກະສິກຳ​ມີຄຸນ​ນະພາ​ບສູງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”.

        ​ແລະ​ໃນ​ວັນ​ດຽວ​ກັນ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ ດົ່ງ​ທ໋າບ ຄັ້ງ​ທີ 10 ອາຍຸ​ການ 2015 – 2020 ຖືກ​​ໄຂ​ຂຶ້ນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ໄດ້ເຈາະຈີ້ມ 7 ໝວດມາດ​ຕະການ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ ​ເພື່ອ​ຈາກ​ນັ້ນ ​ແຂວງ ດົ່ງ​ທ໋າບ ວາງ​ອອກ​​ບັນດາມາດ​ຕະການ​ເໝາະ​ສົມ​ໃນ​ອາຍຸ​ການ​ໃໝ່, ​ເຮັດ​ໃຫ້​ທ້ອງ​ຖິ່ນ​ບືນ​ຕົວ. ພ້ອມ​ທັງ, ຮຽກຮ້ອງ​ທ້ອງ​ຖິ່ນ​ສືບ​ຕໍ່​ປ່ຽນ​ໃໝ່​ວິທີ​ການ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ພັກທຸກ​ຂັ້ນ, ຍົກ​ສູງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ພັກ​ກ່ວາ​ອີກ.

        ​ແລະ​ໃນ​ວັນ​ດຽວ​ກັນທ່ານ ຟ້າ​ມກວາງ​ງີ້ ກຳມະການ​ກົມ​ການ​ເມືອງ, ​ເລຂາຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ບິ່ງ​ເຟື໋ອ​ກ ຄັ້ງ​ທີ 10 ອາຍຸ​ການ 2015 – 2020. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ​ທ່ານເລຂາຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ງີ້ ​ເນັ້ນ​ໜັກ​ວ່າ:

    “​ແຂວງ​ຕ້ອງ​​ເອົາ​​ໃຈ​ໃສ່​ເປັນພິ​ເສດ ​ເຖິງ​ການປັບປຸງ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​, ສະຖຽນ​ລະ​ພາບ​ຢູ່​ເຂດຊາຍ​ແດນ. ບິ່ງ​ເຟື໋ອ​ກ ຄວນ​ກໍ່ສ້າງຂະໜານ​ປ້ອງ​ກັນ​ຊາຍ​ແດນ​ຢ່າງ​ໝັ້ນຄົງເຂັ້ມ​ແຂງ, ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ, ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງການ​ພັດທະນາ​ເສດຖະກິດ​ກັບ​ການ​ຮັບປະກັນ​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ທ້ອງ​ຖິ່ນ​ຄວນ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ, ປັບປຸງ​ການ​ພົວພັນ​ສາມັກ​ຄີ, ມິດຕະພາບ​ກັບ​ບັນດາ​ແຂວງ​ຕິດ​ກັບ​ຊາຍ​ແດນ, ປະ​ກອບ​ສ່ວນ​ປະຕິບັດວຽກ​ງານ​ການ​ທູດປະຊາຊົນ​ກັບປະ​ເທດ ກຳປູ​ເຈຍ ​ໃຫ້​ດີ”

        ​ແລະ​ກໍ​ໃນ​ວັນ​ດຽວກັນ, ນະຄອນ ຫາຍ​ຟ່ອງ, ​ແຂວງ ດົ່ງ​ທ໋າບ, ບ່າ​ເຣຍ - ຫວູງ​ເຕົາ ກໍ່ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ອາຍຸ​ການ 2015 – 2020.


ຂ່າວ/ບົດ​ອື່ນ