ການນຳພັກ,ລັດເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງຕວຽນກວາງ,ເທື່ອທຽນເຫ້ວ

ການນຳພັກ,ລັດເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງຕວຽນກວາງ,ເທື່ອທຽນເຫ້ວ - ảnh 1
(ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ)


(vovworld) – ວັນ​ທີ 23/10, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູ​ນກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ​ໄດ້​​ເຂົ້າ​ຮ່ວມ​ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຕວຽນ​ກວາງ. ທີ່​ພິທີ, ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ສະ​ເໜີ​ໃຫ້​ແຂວງ ຕວຽນ​ກວາງ ສູ້ຊົນ​ກາຍ​ເປັນ​ແຂວງ​ພັດທະນາ​ດີ​ພໍ​ສົ​ມຄວນ​ໃນ​ບັນດາ​ແຂວງ​ທາງ​ພາກ​ເໜືອ, ສຸມ​ໃສ່​ພັດທະນາ​ເສດຖະກິດ​, ຍູ້​ແຮງ​ການ​ຫັນປ່ຽນ​ໂຄ​ງປະກອບ​ເສດຖະກິດ ຕິດພັນ​ກັບ​ການ​ປ່ຽນ​ໃໝ່​ຮູ​ບ​ແບບ​ການ​​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບ… ​ນອກ​ນັ້ນ, ຕວຽນ​ກວາງ ຕ້ອງ​ສຸມ​ໃສ່​ປະຕິ​ຮູບ​ດ້ານ​ບໍ​ລິກາຍ, ຕຸລາການ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ລະດົມ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ. ທ່າ​ນ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ.

      “ຕວຽນ​ກວາງ ຕ້ອງ​ສຸມ​ໃສ່​ລົງທຶນ​ເຊື່ອມ​ຕໍ່​ຄົມມະນາຄົມ​ກັບ​ບັນດາ​ແຂວງ​ໃກ້​ຄຽງ ຕາມ​ແຜນ​​​ສັງ​ລວມ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ການ​ແລກປ່ຽນດ້ານການ​ຄ້າ​ເສດຖະກິດ​​ໃຫ້ພັດທະນາ, ປະຕິບັດ​ວຽກ​ງານ​ວາງ​ແຜນ​ຜັງຕົວ​ເມືອງ, ຫັນ​ບັນດາ​ແຫຼ່ງກຳລັງ​ລົງທຶນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຍົກ​ລະດັບກໍ່ສ້າງນະຄອນ ຕວຽນ​ກວາງ ​ໃຫ້​ກາຍ​ເປັນ​ເຂດ​ຕົວ​ເມືອງ​ຊັ້ນ 2 ທີ່​ມີ​ລັກສະນະ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ພູດ​ອຍ. ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຈກາງ​ບັນດາ​ເມືອງ ຕອບສະ​ໜອງ​ພື້ນຖານ​ໂຄງລ່າງ​ໃຫ້ການ​ພັດທະນາ​ເສດຖະກິດ​ສັງຄ​ົມ”.

      ​ແລະ​ກໍ​ໃນ​ວັນ​ດຽວກັນ, ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ​ເທື່ອ​ທຽນ-​ເຫ້ວ ​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ຢູ່​ນະຄອນ​ເຫ້ວ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລ​ຂາ​ສູນ​ກາງ​ພັກ ​ເລ​ຮົ່ງ​​ແອ​ງ ​ໄດ້​​ໃສ່​ໃຈວ່າ, ​ໃນ​ອາຍຸ​ການ 2015 – 2020, ອົງຄະ​ນະ​ພັກ​ແຂວງ ​ເທື່ອທຽນ - ​ເຫ້ວ ຕ້ອງ​ປະຕິບັດ​ມະ​ຕິ​ຂອງ​ກອງ​ປະຊຸມ​ໃຫຍ່ ຕິດ​ພັນກັບ​ໜ້າ​ທີ່​ກໍ່ສ້າງ ພັດທະນາ​ແຂວງ ​ເທື່ອ​ທຽນ - ​ເຫ້ວ ​ແລະ ​ເຂດ​ຕົວ​ເມືອງ ​ເຫ້ວ ຮອດ​ປີ 2020. ຄຽງ​ຂ້າງ​ນັ້ນ, ສຸມ​ໃສ່​ສ້າງ​ໂຄ​ງປະກອບ​ເສດຖະກິດ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ຕາມ​ທິດ​ພັດທະນາ​ຂຽວ ​ແລະ ​ເສດຖະກິດ​ພູມ​ປັນຍາ…

ຂ່າວ/ບົດ​ອື່ນ