ການນຳລັດ,ລັດຖະບານຫວຽດນາມອວຍພອນປະທານາທິບໍດີແລະຮອງປະທານາທິບໍດີອາເມລິກາ

ການນຳລັດ,ລັດຖະບານຫວຽດນາມອວຍພອນປະທານາທິບໍດີແລະຮອງປະທານາທິບໍດີອາເມລິກາ - ảnh 1
ທ່ານ Donald Trump ຮັບ​ດຳ​ລົງ​ຕຳ​ແໜ​່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ
(​ພາບ​: Reuters)

(vovworld) - ເນື່ອງ​ໃນ​ໂອ​ກາດ​ທ່ານ Donald Trump ແລະ ທ່ານ Mike Pence ຮັບ​ດຳ​ລົງ​ຕຳ​ແໜ​່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ວັນ​ທີ 21/01, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ກວາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ ເຈືອງ​ຮ່​ວາ​ບິ່ງ, ພ້ອ​ມ​ກັນ​ສົ່ງ​ສານອວຍ​ພອນ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ 45 ແລະ ຮອງ​ປະ​ທາ​ນາ​ທີ​ບໍ​ດີ​ຜູ້​ທີ 48 ຂອງ​ອາ​ເມ​ລິ​ກາ. ການ​ນຳລັດ, ລັດ​ຖະ​ບານ​ຫວຽດ​ນາມ ອວຍ​ພອນ​ປະ​ທາ​ນາ​ທິ​ບໍ​ດີ Donald Trump, ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ແລະ ລັດ​ຖະ​ບານ​ໃໝ່​ຂອງ​ອາ​ເມ​ລິ​ກາ ບັນ​ລຸ​​ໄດ້ຜົນ​ງານ​ຫຼາຍ​ຢ່າງ ເພື່ອ​ຄວາມ​ຜາ​ສຸກ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທ​ະ​ນາ​ຢູ່​ໃນ​ໂລກ. ການ​ນຳ​ລັດ ແລະ ລັດ​ຖະ​ບານ​ຫວຽດ​ນາມ ຖື​ວ່າ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່​ຫຼວງ ເພີ່ມ​ທະ​ວີ ແລະ ເຮັ​ດ​ໃຫ້​ບັນ​ດາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເລິກ​ເຊິ່ງກວ່າ, ​ອີ່ງ​ໃສ່​ຫຼັກ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ລະ​ບອບ​ການ​ເມືອງ​ຂອງ​ກັນ; ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ - ອາ​ເມ​ລິ​ກາ. APEC ແລະ ບັນ​ດາ​ກົນ​ໄກ​ອື່ນໆ​ເພື່ອ​ສັ​ນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັ​ດ​ທະ​ນາ.

ຂ່າວ/ບົດ​ອື່ນ