ການນຳຫລາຍປະເທດ, ພັກການເມືອງ, ອົງການສາກົນ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເນື່ອງໃນໂອກາດປີໃຫມ່ປະຈຳຊາດ 2023

(VOVWORLD) -ເນື່ອງໃນໂອກາດປີໃຫມ່ 2023 ແລະ ບຸນປີໃຫມ່ປະຈຳຊາດຂອງຫວຽດນາມ, ການນຳຫລາຍປະເທດ, ພັກການເມືອງ ແລະ ອົງການສາກົນໄດ້ສົ່ງສານອວຍພອນມາຍັງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ການນຳຫລາຍປະເທດ, ພັກການເມືອງ, ອົງການສາກົນ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເນື່ອງໃນໂອກາດປີໃຫມ່ປະຈຳຊາດ 2023 - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.  (ພາບ:baonhandan)

ໃນສານອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສົ່ງເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຕອນຂຽນວ່າ: ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນໃຫ້ພັກ, ລັດ ລາວ ການສະຫນັບສະຫນູນ, ການຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການບົນຈິດໃຈບໍລິສຸດຜຸດຜ່ອງໃນຕະຫລອດໄລຍະຜ່ານມາ. ຂໍອວຍພອນໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ຂຽວສົດງົດງາມ, ໝັ້ນຄົງຂະຫນົງແກ່ນຈົນຊົ່ວກາລະນານ.

ເນື່ອງໃນໂອກາດນີ້, ທ່ານ Kim Jong-un ເລຂາທິການໃຫຍ່ ພັກແຮງງານ ສປປ ເກົາຫລີ, ປະທານປະເທດ ສປປ ເກົາຫລີ, ທ່ານປະທານາທິບໍດີ ລັດເຊຍ  Vladimir Putin, ທ່ານປະທານາທິບໍດີ ສິງກະໂປ Halimah Yacob ແລະ ທ່ານນາຍົກລັດຖະມົນຕິ ສິງກະໂປ ຫລີຊຽນຫລົງ, ປະທານາທິບໍດີ ສ. ເກົາຫລີ, ນາຍົກລັດຖະມົນຕີ ອິນເດຍ, ປະທານາທິບໍດີ ປາແລັດສະຕິນ, ການນຳສະພາແຫ່ງຊາດຈີນ, ຮອງປະທານປະເທດ ຈີນ, ປະທານພັກປະຊາທິປະໄຕ ອິນເດຍ ແລະ ການນຳຫລາຍປະເທດອື່ນອີກ ກໍ່ໄດ້ສົ່ງສານອວຍພອນປີໃຫມ່ ມາຍັງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ