ການນຳຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 750 ປີແຫ່ງວັນຄົບຮອບທຽນເຈື່ອງ, ນາມດິ້ງ

ການນຳຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 750 ປີແຫ່ງວັນຄົບຮອບທຽນເຈື່ອງ, ນາມດິ້ງ - ảnh 1
ທີ່ພິທີເຫຼີມສະຫຼອງ 750 ປີ​ແຫ່ງ​ວັນ​ຄົບຮອບທຽນ​ເຈື່ອງ, ນາມ​ດິ້ງ
(ພາບ: TTXVN)


(vovworld) -     ຕອນ​ເຊົ້າ​ວັນ​ທີ 5/10, ຢູ່​ນະຄອນນາມ​ດິ້ງ, ​ໄດ້​ດຳ​ເນີນ​ພິ​ທີສະ​ເຫຼີມສະຫຼອງ 750 ປີ​ແຫ່ງ​ວັນ​ຄົບຮອບທຽນ​ເຈື່ອງ, ນາມ​ດິ້ງ (1262 - 2012) ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ ​ແລະ ຂໍ້​ຕົກລົງ​ຮັບ​ຮອງ​ນະຄອນ​ນາມ​ດິ້ງ ​ແມ່ນ​ເຂດ​ຕົວ​ເມືອງ​ຊັ້ນ 1. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ເນັ້ນ​ໜັກ​ເຖິງ​ຄຸນຄ່າ​ວັນ​ໃຫຍ່​ຫຼວງ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ປະຫວັດສາດ. ທ່ານ​ປະທານ​ປະ​ເທດ ​ຢືນຢັນ​ວ່າ ​ເລື່ອງ​ມອບຫຼຽນ​ໄຊ​ໂຮ່ຈິ​ມິນ ​ໃຫ້​ແກ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​​ແຂວງນາມ​ດິ້ງ ​ແມ່ນ​ການ​ຮັບຮູ້​ຂອງ​ພັກ ​ແລະ ລັດທີ່​ມີຕໍ່​ກັບ​ບັນດາ​ການ​ປະກອບສ່ວນ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ອະລິຍະ​ທຳ​ນີ້. ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ​ໃນ​ໄລຍະ​ພັດທະນາ​ໃໝ່, ພິ​ເສດ​ແມ່ນ​ສະພາບ​ການ​​ເມືອງ, ​ເສດຖະກິດ​ຢູ່​ໃນ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຜັນ​​ແປ​ຢ່າງ​ສັບສົນ, ​ເພື່ອ​ພ້ອມ​ກັບປະ​ເທດ​ປະຕິບັດ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢ່າງ​ມີ​ໄຊ, ນຳ​ຫວຽດນາມ ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​​ຕາມ​ທິດ​ທັນ​ສະ​ໄໝ​​ໂດຍ​ພື້ນຖານໃນ​ປີ 2020, ​ແຂວງ​ນາມ​ດິ້ງ ຄວາມ​ສາມັກ​ຄີ, ຮ່ວມ​ແຮງ​ຮ່ວມ​ໃຈ ​ແລະ ຜັນ​ຂະຫຍາຍ​ບາງ​ໜ້າ​ທີ່​ຈຸດ​ສຸມ​ຢ່າງ​ມີ​ປະສິດທິ​ພົນ, ​ໂດຍ​ສະ​ເພາະ​ແມ່ນ​ວຽກງານ​ກໍ່ສ້າງ​ພັກ ​ແລະ ຄຸ້ມ​ຄອງ​ເສດຖະກິດ​ສັງຄົມ. ທ່ານປະທານ​ປະ​ເທດ​Truong Tan Sang ກ່າວ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ​ນາມ​ດິ້ງ ຕ້ອງ​ສູ້​ຊົນ​ຊີ້​ນຳ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທິ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກຢ່າງ​ມີ​ປະສິດທິ​ຜົນ, ຕັດສິນ​ໃຈ​ຍູ້​ການ​ຊຸດ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ​, ຄຸນ​ສົມບັດ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ພະນັກງານ​ສະມາຊິກ​ພັກໃຫ້​ຖອຍ​ໄປ, ສ້າງຖັນ​ແຖວ​ສະມາຊີກ​ພັກ ​ແລະ ບັນດາ​ອົງການ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ມີ​ຄວາມ​ສາມາດ​ຊີ້​ນຳນຳພາ ​ແລະ ກຳ​ຕໍ່ສູ້, ​​ໄດ້ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ. ປ່ຽນ​ໃໝ່​ຮູບ​ແບບ​ຈະ​ເລີ​ນ​​ເຕີບ​ໂຕ​ຂອງ​ແຂວງ, ລົງທຶນ​ກໍ່ສ້າງ​ນະຄອນ​ນາມ​ດິ້ງ ​ໃຫ້​ກາຍ​​ເປັນ​ສູນກາງ​ທາງທິດ​ໃຕ້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ”.

        ຕາງໜ້າ​ໃຫ້​ພັກ ​ແລະ ລັດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມອບຫຼຽນ​ໄຊ​ໂຮ່ຈິ​ມິນ  ​ໃຫ້​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ​ນາມ​ດິ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ມອບ​ຂໍ້​ຕົກລົງ​ຮັບ​ຮອງ​ນະຄອນ​ນາມ​ດິ້ງເປັນ​ເຂດ​ຕົວ​ເມືອງຊັ້ນ 1 ​ຂອງ​ແຂວງ. ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ Truong Tan Sang ພ້ອມ​ກັບ​ບັນດາ​ຜູ້​ແທນ​ໄດ້​ຖະຫວາຍ​ທູບ​ທຽນ​ຢູ່​ວັດ ​ເຈື່​ນ (ນະຄອນ​ນາມ​ດິ້ງ), ບ່ອນ​ທີ່​ບູຊາ​​ເຈົ້າ​ຊີວິດ 14 ອົງ​ໃນສະ​ໄໝລາດ​ຊະ​ວົງ​ເຈີ່ນ.

ຂ່າວ/ບົດ​ອື່ນ