ການນຳເຢຍລະມັນ,ຝລັ່ງ ປຶກສາຫາລືກ່ຽວກັບອະນາຄົດຂອງສະຫະພາບເອີລົບ

(VOVWORLD) - ວັນທີ 19 ເມສາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຢູ່ນະຄອນຫຼວງ ແບກແລງ, ເພື່ອປຶກສາຫາລືກ່ຽວກັບອະນາຄົດຂອງສະຫະພາບເອີລົບ (ອີຢູ) ແລະ ບັນດາບັນຫາທີ່ກ່ຽວຂ້ອງ.

ການນຳເຢຍລະມັນ,ຝລັ່ງ ປຶກສາຫາລືກ່ຽວກັບອະນາຄົດຂອງສະຫະພາບເອີລົບ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ

ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບ: dw.com)

ທີ່ການປະຊຸມຂ່າວຮ່ວມ, ການນຳ 2 ທ່ານໄດ້ຢັ້ງຢືນຄືນຄວາມປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດໃນການປະຕິຮູບອີຢູ ແລະ ພາກພື້ນໃຊ້ສະກຸນເງິນເອີໂລ (Eurozone). ທ່ານປະທານາທິບໍດີຝລັ່ງ ໄດ້ຍົກອອກຄຳກ່າວເຕືອນວ່າ ອີຢູ ພວມຖືກ “ຄອນແຄນ” ຍ້ອນບັນດາການຜັນແປໃຫຍ່ ແລະ ພວມມີບັນດາແນວທາງທັດສະນະທີ່ແຕກຕ່າງກັນ. ສ່ວນທ່ານນາງນາຍົກລັດຖະມົນຕີເຢຍລະມັນ Merkel ເນັ້ນໜັກວ່າ, ທັງ 2 ປະເທດຢາກຍົກອອກຂໍ້ສະເໜີລວມເພື່ອຟື້ນຟູເອີລົບ ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕ່າງກ່ຽວກັບເນື້ອໃນປະຕິຮູບອີຢູ ແລະ ຢືນຢັນວ່າ, ອີຢູ ພຽງແຕ່ປະຕິບັດບັນດາສິດຜົນປະໂຫຍດຂອງຕົນພ້ອມກັນ ແລະ  ນີ້ແມ່ນການຮ່ວມມືໃຈກາງລະຫວ່າງ ແບກແລງ ແລະ ປາຣີ.

      ທັງ 2 ລັດຖະບານລ້ວນແຕ່ເຫັນດີນຳກັນວ່າ “Eurozone ຍັງບໍ່ທັນມີກຳລັງແຮງຢ່າງພຽງພໍເພື່ອຕ້ານວິກິດການ”. ເຖິງວ່າຍັງມີທັດສະນະທີ່ຄ້າງຄາກັບຝລັ່ງ ແຕ່ທັງແບກແລງ ແລະ ປາຣີ ຈະເຫັນດີເປັນເອກະພາບກັນຍົກອອກຂໍ້ຕົກລົງໃຫ້ບັນດາແຜນການປະຕິຮູບອີຢູ ໃນເດືອນ ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ